ລາວຕິດອັນດັບ 92 ປະເທດທີ່ມີຄວາມສຸກທີ່ສຸດຂອງໂລກ ອັນດັບ 1 ແມ່ນແຟງລັງ

World Happiness Report ຈັດອັນດັບ ປະເທດທີ່ມີຄວາມສຸກທີ່ສຸດໃນໂລກໃນປີ 2026 ໂດຍ ແຟງລັງ ຄອງອັນດັບ 1 ຕິດຕໍ່ກັນ 9 ຄັ້ງ, ອັນດັບ 2 ອິດສະລັງ, ອັນດັບ 3 ດານມາກ ເຊິ່ງປະເທດສ່ວນໃຫຍ່ທີ່ຕິດ 10 ອັນດັບທຳອິດບໍ່ໄດ້ໃຊ້ພາສາອັງກິດເປັນຫຼັກ.

ດ້ານ ສະຫະລັດອາເມລິກາຢູ່ໃນອັນດັບທີ 23, ຍີ່ປຸ່ນ 61, ເກົາຫຼີໃຕ້ 67 ປະເທດທີ່ອັນດັບທ້າຍແມ່ນ ອາຟະການິດສະຖານ ອັນດັບທີ 147, ເຊຍຣາລີໂອນ 146, ມາລາວີ 145, ຊິມບັບເວ 144 ແລະ ບອດສະວານາ 143.

ໃນອາຊຽນ: ລາວ 92, ໄທ 52, ກຳປູເຈຍ 121, ມຽນມາ 129, ມາເລເຊຍ 71, ອິນໂດເນເຊຍ 87, ຟິລິບປິນ 56, ຫວຽດນາມ 45, ສິງກະໂປ 36 ສ່ວນ ຕີມໍ-ເລສເຕ, ບຣູໄນ ແມ່ນບໍ່ມີຂໍ້ມູນ.

ການຈັດອັນດັບນີ້ ແມ່ນປະເມີນຈາກປັດໄຈຕ່າງໆເຊັ່ນ ລາຍໄດ້ສະເລ່ຍຕໍ່ຫົວຄົນ, ອາຍຸໄຂສະເລ່ຍ, ຄວາມເອື້ອເຟື້ອເຜື່ອແຜ່ ແລະ ການຮັບຮູ້ເຖິງເສລີພາບ ແລະ ການທຸຈະລິດຕ່າງໆ ໂດຍໃຊ້ຄ່າສະເລ່ຍຍ້ອນຫຼັງ 3 ປີໃນການຄຳນວນ.

ແຫຼ່ງຂໍ້ມູນ: World Happiness Report

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles