ກຽມຕິດຕາມ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຄັ້ງທີ 10 ວັນທີ 23-24 ມີນາ 2026 ນີ້

ໃນຕອນບ່າຍຂອງວັນທີ 18 ມີນາ 2026 ທີ່ຜ່ານມາ​ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ​ ໄດ້ຖະແຫຼງຂ່າວ ກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລືກ​ ຂອງສະພາແຫ່ງຊາດ ຊຸດທີ X ຊຶ່ງຈະໄດ້ດໍາເນີນຂຶ້ນໃນລະຫວ່າງວັນທີ 23 ເຖິງວັນທີ 27 ມີນາ 2026 ໃຊ້ເວລາລວມທັງໝົດ 5 ວັນ ຢູ່ທີ່ຫ້ອງປະຊຸມ ຂອງສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຍິ່ງ ເພາະເປັນກອງປະຊຸມຄັ້ງທໍາອິດ ແລະ ເປັນການເລີ່ມຕົ້ນການເຄື່ອນໄຫວປະຕິບັດບົດບາດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາ, ຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ລະອຽດມີດັ່ງນີ້:

1. ຮັບຟັງລາຍງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X.

2. ພິຈາລະນາ ແລະ ຮັບຮອງເອົາບັນດາກົງຈັກ ແລະ ບຸກຄະລາກອນໃນຕໍາແໜ່ງສໍາຄັນຂອງອົງການລັດ ເປັນຕົ້ນ:

2.1 ພິຈາລະນາ, ຮັບຮອງເອົາກົງຈັກ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ ມີດັ່ງນີ້:

1) ເລືອກຕັ້ງເອົາ ປະທານສະພາແຫ່ງຊາດ ຊຸດທີ X ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX;

2) ເລືອກຕັ້ງເອົາບັນດາ ຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີຂອງປະທານສະພາແຫ່ງຊາດ ຊຸດທີ X;

3) ພິຈາລະນາ, ຮັບຮອງເອົາກົງຈັກຂອງສະພາແຫ່ງຊາດ ຊຸດທີ X ແລະ ການແຕ່ງຕັ້ງ ບັນດາປະທານກໍາມາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ X.

2.2 ເລືອກຕັ້ງເອົາ ປະທານປະເທດ ແລະ ຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ X.

2.3 ພິຈາລະນາ, ຮັບຮອງເອົາບຸກຄະລາກອນ ແລະ ໂຄງປະກອບກົງຈັກຂອງລັດຖະບານ ມີດັ່ງນີ້:

1) ເລືອກຕັ້ງເອົາ ນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ;

2) ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ແລະ ການແຕ່ງຕັ້ງ ບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ.

2.4 ເລືອກຕັ້ງເອົາ ປະທານສານປະຊາຊົນສູງສຸດ ແລະ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະ ປະທານອົງການກວດກາແຫ່ງລັດ ຕາມການສະເໜີຂອງປະທານປະເທດ.

3. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ດັ່ງນີ້:

1) ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030);

2) ບົດລາຍງານຂອງລັດຖະບານ ກ່ຽວກັບໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ດ້ວຍຮູບແບບ BOT;

3) ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030);

4) ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030);

5) ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030);

6) ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030);

7) ບົດລາຍງານ ກ່ຽວກັບແຜນການເຄື່ອນໄຫວ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X;

ບົດລາຍງານ ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X.

4. ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ຈະໄດ້ອອກເປັນມະຕິກອງປະຊຸມ ຈໍານວນທັງໝົດ 19 ສະບັບ.

ໃນໄລຍະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານເປີດຮັບຄຳສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງມາຍັງກອງປະຊຸມສະພາແຫ່ງຊາດ ຕາມຂໍ້ມູນ ແລະ ວິທີການ ດັ່ງລຸ່ມນີ້:

ນໍ້າເບີສາຍດ່ວນໂທ: 156 ນັບແຕ່ມື້ນີ້ເປັນຕົ້ນໄປ ຈົນເຖິງວັນທີ 27 ມີນາ 2026 ໃນໂມງລັດຖະການ.

ອີເມວ: nalao.156@gmail.com

App: Laona

ທີ່ມາ: ເສດຖະກິດການຄ້າ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles