ເຄີຍມີຄຳເວົ້າທີ່ກ່າວໄວ້ວ່າ: ວິກິດມັກນຳມາຊຶ່ງໂອກາດ, ແຕ່ບໍ່ແມ່ນແບບນີ້.

ຈາກສະຖານະການຄວາມບໍ່ສະຫງົບຢູ່ຕາເວັນອອກກາງ ທົ່ວໂລກ​ ເກີດວິກິດການດ້ານລາຄາສິນຄ້າທີ່ມີລາຄາແພງຂຶ້ນ ຊຶ່ງໄດ້ລວມເອົານ້ຳມັນເຊື້ອໄຟ ທີ່ເປັນສິນຄ້ານຳເຂົ້າຈາກຕ່າງປະເທດ ແລະ ເລີ່ມຈະຂາດແຄນ​ແລ້ວ​ ໃນປັດຈຸບັນ. ດັ່ງນັ້ນ, ຄົນສ່ວນຫຼາຍໄດ້ຊື້ກັກຕຸນໄວ້ໃຊ້ພາຍໃນຄອບຄົວ ແລະ ກຸ່ມຄົນຈຳນວນໜຶ່ງ ກໍ່ຫັນວິກິດເປັນໂອກາດ​ ໂດຍຊື້ນ້ຳມັນເຊື້ອໄຟຈາກປ້ຳນ້ຳມັນ​ ມາບັນຈຸໃສ່ຕຸກເພື່ອຂາຍຕໍ່ໃນລາຄາທີ່ແພງຂຶ້ນເປັນເທົ່າຕົວ ຊຶ່ງໄດ້ສ້າງຄວາມແຕກຕື່ນ, ປັ່ນປ່ວນໃຫ້ກັບສັງຄົມ ໂດຍບໍ່ຄຳນຶງເຖິງລະບຽບກົດໝາຍ.

ອີງຕາມດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ປີ​ 2017 ທີ່ເປັນນິຕິກຳທີ່ກ່ຽວຂ້ອງໂດຍກົງ ໄດ້ກຳນົດບາງມາດຕາທີ່ສຳຄັນ ແລະ ພົວພັນກັບການກະທຳຜິດຂອງກຸ່ມຄົນຈຳນວນໜຶ່ງ ຊຶ່ງຖືວ່າເປັນການລະເມີດຂໍ້ຫ້າມຂອງດຳລັດ ດັ່ງນີ້:

1. ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດນ້ຳມັນເຊື້ອໄຟ ຕ້ອງສ້າງຕັ້ງເປັນບໍລິສັດ ເພື່ອເຄື່ອນໄຫວສະເພາະເທົ່ານັ້ນ ຕາມກົດໝາຍ (ມາດຕາ 7) ຊຶ່ງໝາຍຄວາມວ່າ: ຖ້າບຸກຄົນໃດ ດຳເນີນທຸລະກິດນ້ຳມັນເຊື້ອໄຟ ໂດຍບໍ່ໄດ້ສ້າງຕັ້ງເປັນບໍລິສັດ ຖືວ່າເປັນຜູ້ລະເມີດດຳລັດສະບັບນີ້ ຊຶ່ງອາດຈະມີໂທດທາງອາຍາ.

2. ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ດຳເນີນທຸລະກິດນ້ຳມັນເຊື້ອໄຟ ໂດຍບໍ່ໄດ້ຮັບອະນຸຍາດ (ມາດຕາ 52, ຂໍ້ 2) ຖ້າຜູ້ໃດຝ່າຝືນຈະຖືວ່າເປັນຜູ້ລະເມີດ.

3. ຫ້າມບໍ່ໃຫ້ປ້ຳນ້ຳມັນເຊື້ອໄຟ ຈຳໜ່າຍນ້ຳມັນເຊື້ອໄຟທີ່ບໍ່ໄດ້ມາດຕະຖານແຫ່ງ ຊາດ ຫຼື ບໍ່ເຕັມບໍລິມາດ ແລະ ປິດປ້ຳຊົ່ວຄາວ ຫຼື ຖາວອນ ໂດຍບໍ່ມີເຫດຜົນ ຫຼື ບໍ່ໄດ້ແຈ້ງໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທສະບານ, ນະຄອນ ແລະ ຜູ້ຊົມໃຊ້ຮັບຊາບກ່ອນ ສາມວັນ, ຂາຍນ້ຳມັນເຊື້ອໄຟ ໃນລາຄາທີ່ແຕກຕ່າງຈາກລາຄາທີ່ອົງການຄຸ້ມຄອງທຸລະກິດນ້ຳມັນເຊື້ອໄຟ ກຳນົດແຕ່ລະໄລຍະ (ມາດຕາ 56, ຂໍ້ 1, 2 ແລະ 3) ຊຶ່ງປັດຈຸບັນເຫັນວ່າມີຫຼາຍປ້ຳ, ຫຼາຍບໍລິສັດມີພຶດຕິກຳລະເມີດຂໍ້ຫ້າມໃນມາດຕານີ້ ແລະ ຖືກເຈົ້າໜ້າທີ່ທີ່ກ່ຽວຂ້ອງລົງແກ້ໄຂຕາມກໍລະນີໜັກ ຫຼື ເບົາ.

4. ສຳລັບເຈົ້າໜ້າທີ່ ແລະ ພະນັກງານ ແມ່ນ ຫ້າມປະລະໜ້າທີ່, ຂາດຄວາມຮັບຜິດຊອບ ແລະ ບິດເບືອນຄວາມຈິງ, ປິດບັງ, ປົກປ້ອງ ແລະ ໃຫ້ຄວາມຮ່ວມມືແກ່ຜູ້ກະທຳຄວາມຜິດ (ມາດຕາ 58 ຂໍ້ 4 ແລະ 5) ຖ້າຫາທ່ານພົບເຫັນເຈົ້າໜ້າທີ່ ຫຼື ພະນັກງານລັດຂະແໜງທີ່ກ່ຽວຂ້ອງ ຫາກມີພຶດຕິກຳທີ່ໄດ້ກ່າວໄວ້ຂ້າງເທິງນັ້ນ ໃຫ້ແຈ້ງຕໍ່ຫ້ອງການການຄ້າເມືອງ, ເທດສະບານ, ນະຄອນ ເພື່ອເອົາຜິດກັບພວກກ່ຽວຕາມລະບຽບກົດໝາຍ.

5. ເຈົ້າຂອງປ້ຳນ້ຳມັນໃດ ຫາກສວຍໂອກາດຂຶ້ນລາຄານ້ຳມັນ ຈະມີຄວາມຜິດທາງອາຍາ ຕາມປະມວນກົດໝາຍອາຍາ ມາດຕາ 277 ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3,000,000 ກີບ ຫາ 10,​000,​000 ກີບ (ຖ້າພົບເຫັນສາມາດແຈ້ງເຈົ້າໜ້າທີ່ຕຳຫຼວດໄດ້).​

6. ເຈົ້າຂອງປ້ຳນ້ຳມັນໃດ ຫາກໄດ້ກັກຕຸນນ້ຳມັນເຊື້ອໄຟໄວ້ ຫຼື ບໍ່ຍອມຈຳໜ່າຍຂາຍອອກ ຕາມປະມວນກົດໝາຍອາຍາ ມາດຕາ 278 ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສີ່ປີ ແລະ ຈະຖືກປັບໃໝ ແຕ່ 10,000,000 ກີບ ຫາ 50,​000,​000 ກີບ.

7. ສຳລັບບຸກຄົນ ທີ່ບັນຈຸນ້ຳມັນເຊື້ອໄຟໃສ່ຕຸກ, ແກ້ວ ຫຼື ພາຊະນະອື່ນໆ ເພື່ອວາງຂາຍທົ່ວໄປ ຈະຖືກສຶກສາອົບຮົມກ່າວເຕືອນ, ປັບໃໝ, ໃຊ້ຄ່າເສັຍຫາຍທາງແພ່ງໃນກໍລະນີເກີດອຸບັດຕິເຫດໄຟໄໝ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງບຸກຄົນອື່ນ ຫຼື ຖືກລົງໂທດທາງອາຍາ ຕາມກໍລະນີເບົາ ຫຼື ໜັກ ພ້ອມທັງເຮັດບົດບັນທຶກໄວ້ (ມາດຕາ 79 ແລະ 80)

ກໍລະນີມີຮ້າຍແຮງ ອາດຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 10,000,000 ກີບ ຕາມປະມວນກົດໝາຍອາຍາ ມາດຕາ 297.

ທີ່ມາ: ກົດໝາຍ​ 3S

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles