ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສິງກະໂປ ຕົກລົງເພີ່ມທະວີການຮ່ວມມືສອງຝ່າຍ ໂດຍເນັ້ນໃສ່ການສ້າງຄວາມເຂັ້ມແຂງໃນການບັນເທົາທຸກສຸກເສີນ ແລະ ການພັດທະນາສຸຂະພາບຊຸມຊົນ ເພື່ອຮອງຮັບການເຕີບໃຫຍ່ຂອງວຽກງານກາແດງໃນລະດັບສາກົນ.
ກອງປະຊຸມຈັດຂຶ້ນທີ່ໂຮງແຮມ ອາມາຣິ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ເບັນຈາມິນ ວິນລຽມ (Benjamin William) ເລຂາທິການອົງການກາແດງສິງກະໂປ ພ້ອມດ້ວຍຄະນະນຳທັງສອງຝ່າຍ.
ໃນໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ລາຍງານວ່າ: ໃນປີ 2025 ທີ່ຜ່ານມາ, ອົງການກາແດງແຫ່ງຊາດລາວ (ກດລ) ໄດ້ຮັບການຍົກສະຖານະຂຶ້ນເປັນອົງການຈັດຕັ້ງທີ່ມີຖານະເທົ່າກັບ ກະຊວງ-ອົງການ, ເຊິ່ງເປັນບາດກ້າວສຳຄັນໃນການຂະຫຍາຍຕົວ ແລະ ເພີ່ມຂີດຄວາມສາມາດໃນການປະຕິບັດ 9 ໜ້າວຽກຫຼັກ ດ້ານມະນຸດສະທຳໃຫ້ມີປະສິດທິພາບສູງຂຶ້ນ.
ອົງການກາແດງລາວ ໄດ້ສຸມໃສ່ວຽກງານບັນເທົາທຸກ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດຢ່າງຕໍ່ເນື່ອງ:
• ການຂະຫຍາຍຕົວ: ປັດຈຸບັນຈັດຕັ້ງປະຕິບັດຢູ່ໃນ 10 ແຂວງ ແລະ ມີແຜນຂະຫຍາຍຕື່ມອີກ 2 ແຂວງ ພາຍໃຕ້ການສະໜັບສະໜູນຈາກສາກົນ (ສະວິດ, ຮົງກົງ ແລະ ສ ເກົາຫຼີ).
• ການຊ່ວຍເຫຼືອຕົວຈິງ: ໃນປີ 2025, ກດລ ໄດ້ຊ່ວຍເຫຼືອເງິນສົດແບບບໍ່ມີເງື່ອນໄຂໃຫ້ແກ່ 6,800 ກວ່າຄອບຄົວ (ເກືອບ 40,000 ຄົນ) ທີ່ໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມໃນ 6 ແຂວງ.
• ການກຽມຄວາມພ້ອມ: ເນັ້ນການເຝິກອົບຮົມບຸກຄະລາກອນ, ຈຳລອງເຫດການສຸກເສີນ ແລະ ການຄຸ້ມຄອງເຄື່ອງບັນເທົາທຸກແຮສາງໃຫ້ທົ່ວເຖິງ.
ສອງຝ່າຍໄດ້ລົງນາມໃນສັນຍາຮ່ວມມື (ໂດຍ ທ່ານນາງ ຈັນຖະໜອມ ມະນີທິບ ແລະ ທ່ານ ເບັນຈາມິນ ວິນລຽມ) ເພື່ອຜັນຂະຫຍາຍວຽກງານດັ່ງນີ້:
• ໂຄງການ WASH: ປັບປຸງລະບົບນ້ຳສະອາດ ແລະ ສຸຂະອະນາໄມ ຢູ່ແຂວງຫຼວງນ້ຳທາ ແລະ ຫຼວງພະບາງ.
• ການຫັນເປັນດີຈີຕອນ: ພັດທະນາອົງການໃຫ້ທັນສະໄໝ ແລະ ເພີ່ມທະວີການຂົນຂວາຍແຫຼ່ງທຶນ.
• ການຮ່ວມມືສາກົນ: ປະສານງານໃກ້ຊິດກັບສະຖານທູດສິງກະໂປ ປະຈຳລາວ ແລະ ນຳໃຊ້ສູນຄວາມຮ່ວມມືສິງກະໂປ (Singapore Cooperation Centre) ເປັນບ່ອນເຝິກອົບຮົມ.
• ວຽກງານເລືອດ ແລະ ອາສາສະໝັກ: ສືບຕໍ່ປຸກລະດົມການບໍລິຈາກເລືອດທີ່ປອດໄພ ແລະ ສ້າງເຄືອຂ່າຍອາສາສະໝັກໃຫ້ເຂັ້ມແຂງ.
ຄວາມຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮັດແໜ້ນສາຍສຳພັນລະຫວ່າງສອງອົງການ ແຕ່ຍັງເປັນການສ້າງທີ່ເພິ່ງທີ່ເຂັ້ມແຂງໃຫ້ແກ່ປະຊາຊົນໃນຍາມເກີດວິກິດການ ແລະ ໄພພິບັດຕ່າງໆ.
ທີ່ມາ: ວຽງຈັນໃໝ່

