ກົມການຄ້າພາຍໃນ ກະຊວງ ອຸດສະຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0458/ກຄພນ, ລົງວັນທີ 17 ມີນາ 2026, ກ່ຽວກັບການປັບປ່ຽນລາຄານ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ, ເຊິ່ງຈະເລີ່ມປະຕິບັດແຕ່ເວລາ 6 ໂມງເຊົ້າ ຂອງວັນທີ 18 ມີນາ 2026 ນີ້!
ແອັດຊັງ ປັບຂຶ້ນ +4,430 ກີບ/ລິດ.
ກາຊວນ ປັບຂຶ້ນ +4,770 ກີບ/ລິດ.
ຕົວຢ່າງ: ລາຄານໍ້າມັນ ໃນນະຄອນຫຼວງວຽງຈັນ:
+ລາຄາໃໝ່:
ແອັດຊັງ 36,900 ກີບ/ລິດ.
ກາຊວນ 37,100 ກີບ/ລິດ.
ການປັບລາຄານໍ້າມັນເຊື້ອໄຟໃນຄັ້ງນີ້ ແມ່ນ ຫຼຸດອັດຕາອາກອນຊົມໃຊ້ນໍ້າມັນແອັດຊັງທຳມະດາ ຈາກ 25% ມາເປັນ 15% ແລະ ນໍ້າມັນກາຊວນ 10% ມາເປັນ 0%; ນໍ້າມັນແອັດຊັງພິເສດ ນໍາໃຊ້ອັດຕາພາສີຂາເຂົ້າ ແລະ ອາກອນຊົມໃຊ້ ແລະ ລາຄາ CIF ອັນດຽວກັບ ແອັດຊັງທຳມະດາ ແລະ ຂາຍໃນລາຄານໍ້າມັນແອັດຊັງທຳມະດາ ແລະ ຕັດຄ່າຍອດສານມາກເກີ ເພື່ອຕິດຕາມນໍ້າມັນເຊື້ອໄຟ.
ສ່ວນລາຄາຕ່າງແຂວງ ເບິ່ງຕາມແຈ້ງການ


