ລາວ – ຣັດເຊຍ ສືບຕໍ່ຮ່ວມມືກວດກາ ແລະ ບຳລຸງຮັກສາອາວຸດ ຍຸດໂທປະກອນໃຫ້ມີປະສິດທິພາບສູງ

ໃນວັນທີ 17 ມີນາ 2026 ນີ້, ທີ່ກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ​ ຂອງ ສະຫາຍ ພັນເອກ ດີມີຕຼີ ຢາຊິນ ຕາງໜ້າກົມໃຫຍ່ຮ່ວມມືສາກົນດ້ານການທະຫານ ກະຊວງປ້ອງກັນປະເທດ ເເຫ່ງ ສ.​ຣັດເຊຍ, ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຍາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ສະຫາຍ ພັນເອກ ດີມີຕຼີ ຢາຊິນ ໄດ້ກ່າວຈຸດປະສົງ ແລະ ສະແດງຄວາມຂອບໃຈ ທີ່ທາງກະຊວງປ້ອງກັນປະເທດ ສປປ ລາວ ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມກ່າວຈຸດປະສົງທີ່ມາໃນຄັ້ງນີ້ ເພື່ອກວດກາອາວຸດຍຸດໂທປະກອນ, ພາຫະນະເຕັກນິກການທະຫານທີ່ຜະລິດໂດຍ ສ.​ຣັດເຊຍ (ອະດີດສະຫະພາບໂຊວຽດ) ທີ່ມີຢູ່ໃນກອງທັບປະຊາຊົນລາວ ໃນຂອບເຂດທົ່ວປະເທດ ໃນລະຫວ່າງວັນທີ 10-15 ມີນາ 2026 ການກວດກາຄັ້ງນີ້ ກໍເພື່ອຈະໄດ້ມີການສ້ອມແປງອາວຸດໃຫ້ມີປະສິດທິພາບ, ໃຫ້ໃຊ້ງານໄດ້ຍາວນານ, ແມ່ນໄດ້ກວດພາຫະສະເຕັກນິກ, ອາວຸດ, ຍຸດໂທ, ປືນ, ລົດຫຸ້ມເກາະ, ລົດຕັງ ເພື່ອໃຫ້ມີປະສິດທິຜົນໃຫ້ໄດ້ຮັບໃຊ້ຍາວນານ ແລະ ຍັງສະເໜີທາງຝ່າຍລາວ ເພື່ອສຸມໃສ່ໃນການເຮັດວຽກໃນຕໍ່ໜ້າເພື່ອໃຫ້ການເຮັດງານມີປະສິດທິຜົນສູງ.

ໃນໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍໄດ້ກ່າວສະແດງຄວາມຂອບໃຈ ທາງຝ່າຍ ສ.​ຣັດເຊຍ ທີ່ໄດ້ມາຊ່ວຍເຫຼືອໃນຄັ້ງນີ້, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື 2 ກອງທັບ ລະຫວ່າງ ກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດຣັດເຊຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນການຮ່ວມມືໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງອວຍພອນໃຫ້ຄະນະເດີນທາງກັບປະເທດດ້ວຍສະຫວັດດີພາບ.

ທີ່ມາ: ໜັງສືພິມກອງທັບ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles