ມື້ນີ້ ວັນທີ 18 ມີນາ 2026 ແມ່ນວັນປົດປ່ອຍຜາຖີ່ ຄົບຮອບ 58 ປີ 18 ມີນາ 1968 – 18 ມີນາ 2026 ທີ່ເມືອງຊຳເໜືອ ແຂວງຫົວພັນ ເຊິ່ງຖືເປັນບັ້ນຮົບທີ່ມີຄວາມສໍາຄັນໃນປະຫວັດສາດ, ເປັນບັ້ນຮົບທີ່ລະອິດລະອ້ຽວ, ດຸເດືອດ ແລະ ຂ້ຽວຂາດທີ່ສຸດ ທີ່ສະທ້ອນການຕໍ່ສູ້ ແລະ ສະແດງເຖິງຄວາມມີນໍ້າໃຈ ຄວາມສາມັກຄີ ເດັດດ່ຽວຂອງປະຊາຊົນລາວບັນດາເຜົ່າທີ່ໄດ້ອຸທິດເລືອດເນື້ອ ແລະ ຢາດເຫື່ອແຮງກາຍໃນການປົກປັກຮັກສາດິນແດນ ແລະ ອະທິປະໄຕຂອງຊາດລາວໄວ້ຈົນເຖິງປັດຈຸບັນ.
ປະຫວັດໂດຍສັງເຂບຂອງບັ້ນຮົບປົດປ່ອຍຜາຖີ່ ແມ່ນເລີ່ມຂຶ້ນໃນລະຫວ່າງສົງຄາມການປະຕິວັດຊາດປະຊາທິປະໄຕ ປົດປ່ອຍປະເທດລາວ ແລະ ສົງຄາມເຕົ້າໂຮມປະເທດຊາດຫວຽດນາມ, ຜາຖີ່ ຖືກໃຊ້ເປັນທີ່ຕັ້ງທາງທະຫານລັບ ຂອງອາເມລິກາ ທີ່ຮູ້ຈັກກັນໃນນາມຊື່ລະຫັດຂອງມັນ ລີມາ 85 ຫຼື (LS-85) ແລະ ຖືກຢຶດໂດຍກໍາລັງປະຕິວັດ ໃນບັ້ນຮົບ ວັນທີ່ 10-11 ມີນາ 1968.
ຜາຖີ່ ເປັນທີ່ຕັ້ງສະຖານເລດາ LS-85, ຕັ້ງຢູ່ເທິງຈອມຜາສູງຈາກລະດັບນໍ້າທະເລ 1,700 ແມັດ ຕຳແໜ່ງ 202642N 1034305E ຫຼື ພິກັດ UH65496355 ອຸປະກອນທຸກຢ່າງທີ່ຢູ່ເທິງຜາຖີ່ແມ່ນລຳລ່ຽງດ້ວຍເຄື່ອງບິນເຮລີຄອບເຕີເທົ່ານັ້ນ ແລະ ດ້ານຕາເວັ້ນຕົກເປັນໜ້າຜາສູງຄວາມຊັນເກືອບ 90 ອົງສາ.
ທິດຕາເວັນອອກ ເຖິງຈະມີບ່ອນອຽງ ແຕ່ບໍ່ສາມາດປີນຂຶ້ນໄປໄດ້ໂດຍງ່າຍ, ແຕ່ກຳລັງຝ່າຍປະຕິວັດລາວສາມາດບຸກຂຶ້ນຢຶດໄດ້ທ່າມກາງຄວາມແປກໃຈຂອງຫຼາຍຝ່າຍ, ໂດຍທະຫານ ແລະ ເຈົ້າໜ້າທີອາເມລິກາ ທີ່ປ້ອງກັນຢູ່ເທິງຜາຖີ່ ມີຈຳນວນໜຶ່ງໄດ້ເສຍຊິວິດໃນເຫດການສູ້ຮົບໃນຄັ້ງນັ້ນ.
ລະຫວ່າງປີ 1994-2004 ໄດ້ມີການດໍາເນີນການຂຸດຄົ້ນຫາຊາກສົບຂອງທະຫານ (ອາກາດ) ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ແລະ ໄດ້ມີການສົ່ງມອບ ຊາກຂອງທະຫານທີ່ຫາຍສາບສູນ ຄືນໃຫ້ອາເມລິກາ.
ໃນປັດຈຸບັນ, “ຜາຖີ່” ແມ່ນໄດ້ຖືກພັດທະນາ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດແລ້ວ ຕັ້ງແຕ່ງານສະເຫຼີມສະຫຼອງ ປົດປ່ອຍຜາຖີ່ ຄົບຮອບ 50 ໃນປີ 2018 ເປັນຕົ້ນມາ.
Lao Youth Radio FM 90 MHz

