ຫວຽດນາມຈະປັບຂຶ້ນເງິນເດືອນທະຫານຕ່ຳສຸດ 6ລ້ານກີບຕໍ່ເດືອນ

ລັດຖະບານ ສສ ຫວຽດນາມ ມີແຜນຈະປັບຂຶ້ນເງິນເດືອນພື້ນຖານໃຫ້ແກ່ພະນັກງານລັດ, ເຈົ້າໜ້າທີ່ລັດຖະກອນ ແລະ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ ໂດຍມີລາຍລະອຽດດັ່ງນີ້:

ກຳນົດການຈັດຕັ້ງປະຕິບັດ: ເລີ່ມຕັ້ງແຕ່ວັນທີ 1 ກໍລະກົດ 2026 ເປັນຕົ້ນໄປ.

ອັດຕາການເພີ່ມ: ປັບຂຶ້ນ 8% ຈາກເດີມ 2.34 ລ້ານດົງ/ເດືອນ ມາເປັນປະມານ 2.53 ລ້ານດົງ/ເດືອນ.

ລາຍລະອຽດເງິນເດືອນໃໝ່ຂອງກໍາລັງທະຫານ ໃນຫວຽດນາມ:

ລະດັບນາຍພົນ (ທະຫານຂັ້ນສູງສຸດ):

ປັບຂຶ້ນເປັນ 26.3 ລ້ານດົງ ຫຼື (ປະມານ 22,881,000 ກີບ).

ທະຫານຊັ້ນນ້ອຍ (ທະຫານຂັ້ນຕ່ຳສຸດ): ປັບຂຶ້ນເປັນ 8 ລ້ານດົງ ຫຼື (ປະມານ 6,960,000 ກີບ).

ກຸ່ມທະຫານວິຊາສະເພາະ ແລະ ຊ່ຽວຊານເຕັກນິກ: ເງິນເດືອນຈະຢູ່ລະຫວ່າງ 8 – 19.5 ລ້ານດົງ ຫຼື (ປະມານ 6,960,000 – 16,965,000 ກີບ).

ບຸກຄະລາກອນດ້ານການປ້ອງກັນປະເທດ: ເງິນເດືອນຕ່ຳສຸດ 7.3 ລ້ານດົງ ແລະ ສູງສຸດ 16.8 ລ້ານດົງ ຫຼື (ປະມານ 6,351,000 – 14,616,000 ກີບ).

ການປັບປຸງນະໂຍບາຍເງິນເດືອນໃນຄັ້ງນີ້ ແມ່ນເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ ແລະ ຄ່າຄອງຊີບທີ່ເພີ່ມສູງຂຶ້ນ ເພື່ອສ້າງຂວັນກຳລັງໃຈໃຫ້ແກ່ເຈົ້າໜ້າທີ່ໃນການປະຕິບັດໜ້າທີ່.

ທີ່ມາ: VNExpress

Lao Youth​ Radio​ FM​ 90​ MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles