ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກໜັງສື ຄໍາສັ່ງ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026, ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ.
ເພື່ອຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງ ກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການແກ້ໄຂ ບັນຫານໍ້າມັນເຊື້ອໄຟ ແລະ ຄວາມເປັນເຈົ້າການຂອງທຸກພາກສ່ວນ ໃນໄລຍະສະພາບເຄັ່ງຮ້ອນ ໃນພາກພື້ນຕາເວັນ ອອກກາງ ທີ່ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຕ່ອງໂສ້ການສະໜອງນໍ້າມັນເຊື້ອໄຟ ລວມໄປເຖິງຕໍ່ເສດຖະກິດພາກພື້ນ, ສາກົນ ແລະ ສປປ ລາວ ພວກເຮົາ ຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະ ລາຄານໍ້າມັນເຊື້ອໄຟ ທີ່ເພີ່ມສູງຂຶ້ນ ແລະ ອາດ ຈະຂາດແຄນໃນບາງໄລຍະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ໃນຂອບເຂດທົ່ວປະເທດ; ເຖິງແມ່ນ ວ່າ ບັນດາປະເທດໃນຕາເວັນອອກກາງມີການພົວພັນທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ກັບ ສປປ ລາວ ໃນລະດັບຕໍ່າ, ແຕ່ຖ້າຫາກສະພາບການດັ່ງກ່າວ ຍັງສືບຕໍ່ແກ່ຍາວ, ບັນຫາດັ່ງກ່າວ ຈະສົ່ງຜົນກະທົບຕໍ່ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 05 ປີ ທີ່ອາດຈະບໍ່ສາມາດບັນລຸຕາມແຜນການໄດ້.
ສະນັ້ນ, ເພື່ອເຮັດໃຫ້ການແກ້ໄຂບັນຫາແທດເໝາະກັບສະພາບຕົວຈິງ ແລະ ທັນການ, ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນ ພື້ນຖານໃຫ້ຂະແໜງການ, ອົງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດບັນດາມາດຕະການເລັ່ງ ດ່ວນ ສະເພາະໜ້າ ໄດ້ຮັບຜົນເປັນຢ່າງດີ.
ນາຍົກລັດຖະມົນຕີ ຈຶ່ງໄດ້ອອກຄໍາສັ່ງ ດັ່ງນີ້:
ໃຫ້ບັນດາກະຊວງ, ອົງການທຽບເທົ່າ ເພີ່ມທະວີຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດບັນດາມາດຕະການສຸກເສີນ ແລະ ສະເພາະໜ້າ ຂອງລັດຖະບານ ທີ່ວາງອອກ, ໃຫ້ດໍາເນີນມາດຕະການປະຢັດ, ຫຼຸດຜ່ອນການຈັດກອງປະຊຸມ ທີ່ໄດ້ເດີນທາງໄປທ້ອງຖິ່ນ, ຫັນມາປະຊຸມແບບທາງໄກຫຼາຍຂຶ້ນ; ໃຫ້ສັບປ່ຽນໝູນວຽນກັນມາປະຈຳການ ສໍາລັບພະນັກງານທົ່ວໄປ ຕາມເງື່ອນໄຂຂອງກົມກອງ ເພື່ອຫຼຸດຜ່ອນພາລະການນໍາໃຊ້ນໍ້າມັນ ຂອງ ພະນັກງານ-ລັດຖະກອນ, ໂດຍກຳນົດໜ້າວຽກ ແລະ ຕົວຊີ້ວັດຕໍ່ຜົນສໍາເລັດຂອງການເຮັດວຽກທາງໄກ, ພ້ອມທັງ ຕິດຕາມກວດກາຢ່າງເປັນປົກກະຕິ.
ລາຍລະອຽດອ່ານເພີ່ມເຕີມໄດ້ ທີ່ກ້ອງຄອມເມັ້ນ

