ວັນທີ 11 ມີນາ 2026 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບການນຳເຂົ້ານ້ຳມັນເຊື້ອໄຟ ຈາກ ສປ ຈີນ ຢູ່ດ່ານສາກົນບໍ່ເຕ່ນ ເພື່ອຮັບປະກັນການສະໜອງນ້ຳມັນໃຫ້ມີຄວາມຕໍ່ເນື່ອງ.
ການຕິດຕາມສະພາບຕົວຈິງ ກ່ຽວກັບການຈໍລະຈອນຂອງລົດຂົນສົ່ງນ້ຳມັນ ແລະ ຂັ້ນຕອນການຜ່ານດ່ານ ເພື່ອອຳນວຍຄວາມສະດວກ ແລະ ເຮັດໃຫ້ການຂົນສົ່ງມີຄວາມຄ່ອງຕົວຂຶ້ນ, ເຈົ້າໜ້າທີ່ພາສີປະຈຳດ່ານແຈ້ງໃຫ້ຊາບວ່າ: ເປັນການນຳເຂົ້າປົກະຕິ ແລະ ເອກະສານແຈ້ງເຂົ້າກໍສາມາດແຈ້ງເຂົ້າກ່ອນລ່ວງໜ້າຕາມລະບຽບການ.
ນອກນັ້ນ, ທ່ານ ລັດຖະມົນຕີ ໄດ້ລົງຕິດສາງເກັບນ້ຳມັນໃຫ້ເຂດຊາຍແດນບໍ່ເຕ່ນ, ຜູ້ຮັບຜິດຊອບຂອງຫົວໜ່ວຍທຸລະກິດໄດ້ຮັບການລາຍງານຕໍ່ທ່ານລັດຖະມົນຕີວ່າວ່າ: ການນຳເຂົ້າໄດ້ຮັບການອຳນວຍຄວາມສະດວກຈາກເຈົ້າໜ້າທີ່ເປັນຢ່າງດີ ແລະ ນ້ຳມັນ ກໍສາມາດສະໜອງໄດ້ປົກະຕິ ແລະ ເປັນປະຈຳ.
ພ້ອມນີ້ ກໍໄດ້ລົງກວດກາ ປ້ຳນ້ຳມັນໃນຕົວເມືອງ ເພື່ອໂອ້ລົມກັບຜູ້ປະກອບການ ແລະ ກໍເຫັນວ່າ ນ້ຳມັນ ຍັງສາມາດສະໜອງ ແລະ ໃຫ້ບໍລິການ ເປັນປົກະຕິ ຢູ່ແຂວງຫລວງນ້ຳທາ.
ທີ່ມາ: ຂ່າວສານອຸດສາຫະກຳ ແລະ ການຄ້າ

