ຫຼວງພະບາງ ກຽມຈັດບຸນປີໃໝ່ລາວ 2026 ຢ່າງຍິ່ງໃຫຍ່ 10 ວັນເຕັມ! ເປີດປະຕູເມືອງມໍລະດົກໂລກ ຕ້ອນຮັບນັກທ່ອງທ່ຽວສຳພັດຮີດຄອງດັ້ງເດີມ

ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ປະກາດຄວາມພ້ອມຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ຢ່າງຄຶກຄື້ນ ໂດຍເນັ້ນການອະນຸລັກວັດທະນະທຳອັນລ້ຳຄ່າ ແລະ ກິດຈະກຳທີ່ຫຼາກຫຼາຍ ເພື່ອດຶງດູດນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ.

​ທ່ານ ສະເຫວີຍ ສີລາວັນ, ປະທານຄະນະກຳມະການປົກຄອງ ນະຄອນຫຼວງພະບາງ ໄດ້ຖະແຫຼງຂ່າວໃນຕອນບ່າຍວັນທີ 12 ມີນາ 2026 ວ່າ: ໃນປີນີ້ ງານບຸນປີໃໝ່ລາວທີ່ຫຼວງພະບາງ ຈະຈັດຂຶ້ນເປັນເວລາ 10 ວັນເຕັມ (ເລີ່ມແຕ່ວັນທີ 11 ຫາ 20 ເມສາ 2026).

​ປັດຈຸບັນ, ທາງນະຄອນໄດ້ສຳເລັດການແຕ່ງຕັ້ງອານຸກຳມະການດ້ານຕ່າງໆ ເພື່ອດຳເນີນວຽກງານຢ່າງລະອຽດ ບໍ່ວ່າຈະເປັນ:

• ​ການວາງລະບຽບການຫຼິ້ນບຸນ: ເພື່ອຄວາມສະຫງົບ ແລະ ຈົບງາມ.

• ​ການປະກວດນາງສັງຂານ: ເປີດຮັບສະໝັກນາງສາວງາມ ເພື່ອເປັນຕົວແທນແຫ່ງວັດທະນະທຳ.

• ​ ການລະດົມທຶນ: ເພື່ອໃຫ້ສັງຄົມມີສ່ວນຮ່ວມໃນການຈັດງານບຸນປະເພນີ.

​ບຸນປີໃໝ່ລາວ ທີ່ຫຼວງພະບາງ ປີນີ້ ຈະເຕັມໄປດ້ວຍກິດຈະກຳທີ່ຫາເບິ່ງໄດ້ຍາກ ແລະ ມີເອກະລັກສະເພາະຕົວ ເຊັ່ນ:

• ​ການໂລະລາດ: ຕະຫຼາດນັດມວນຊົນທີ່ເຕັມໄປດ້ວຍສີສັນ.

• ​ການແຫ່ຊ້າງຮຽງເກີຍ: ພາບພັກອັນສະຫງ່າງາມຕາມແບບບູຮານ.

• ​ການຕົບພະທາດຊາຍ: ທີ່ດອນຊາຍມຸງຄຸນ ກາງແມ່ນ້ຳຂອງ.

• ​ການແຫ່ຮູບຈຳລອງພະຍານາກ: ແຕ່ພະທາດຈອມສີ ລົງສູ່ຫໍພິພິທະພັນແຫ່ງຊາດ.

• ​ບຸນເຜົ່າລື້ ບ້ານຜານົມ: ສຳພັດວິຖີຊີວິດ ແລະ ວັດທະນະທຳຊົນເຜົ່າ.

• ​ພິທີອັນເຊີນພະບາງລົງຫົດສົງ: ເຊິ່ງເປັນຈຸດສຸມສຳຄັນທີ່ສຸດຂອງງານບຸນ.

​ຄຳເຊີນຊວນຈາກທ່ານເຈົ້ານະຄອນ

​ທ່ານ ສະເຫວີຍ ສີລາວັນ ໄດ້ກ່າວເຊີນຊວນປະຊາຊົນບັນດາເຜົ່າ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາຮ່ວມສະເຫຼີມສະຫຼອງນຳກັນ:

​”ຮັບຮອງວ່າ ທ່ານຈະໄດ້ສຳພັດກັບວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາວຫຼວງພະບາງ ທີ່ສືບທອດກັນມາແຕ່ບູຮານນະການ ຢ່າງບໍ່ມີວັນຫຼົງລືມ.”

​ຂໍເຊີນທຸກທ່ານມາຮ່ວມຫົດສົງນ້ຳອວຍພອນ, ລ້າງສ່ວຍສິ່ງທີ່ບໍ່ດີໃນປີເກົ່າ ແລະ ຕ້ອນຮັບຄວາມເປັນສິລິມຸງຄຸນໃນປີໃໝ່ ທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ

ທີ່ມາ: LuangprabangNews

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles