ວັນສັງຂານລ່ວງ: ວັນອັງຄານ (ມື້ເປີກສະງ້າ), ແຮມ 12 ຄໍ່າ ເດືອນ 5, ພສ 2568 ກົງກັບວັນທີ່ 14 ເມສາ 2026, ເວລາ 10 ໂມງ 42 ນາທີ 36 ວິນາທີ.
ວັນສັງຂານເນົາ: ວັນພຸດ (ມື້ກັດມົດ), ແຮມ 13 ຄ່ຳ ເດືອນ 5, ພສ. 2568 ກົງກັບວັນທີ 15 ເມສາ 2026.
ສັງຂານຂຶ້ນ: ວັນພະຫັດ (ມື້ກົດສັນ), ແຮມ 14 ຄໍ່າ ເດືອນ 5, ພສ 2568 ກົງກັນວັນທີ່ 16 ເມສາ 2026 ໃນເວລາ 14 ໂມງ 40 ນາທີ 12 ວິນາທີ, ປ່ຽນວັນຖະເຫຼີງສົກປີໃໝ່ລາວ ຈຸນລະສັກກະຣາດ ເປັນປີ ຈສ 1388 ຢ່າງເປັນທາງການ; (ສ່ວນມື້ປ່ຽນຈາກ ພສ 2568 ເປັນ ພສ 2569 ຢ່າງເປັນທາງການ ນັ້ນ ແມ່ນຈະປ່ຽນໃນມື້ບຸນວິສາຂະບູຊາ ຂຶ້ນ 15 ຄໍ່າ ເດືອນ 6 ລາວ ເປັນຕົ້ນໄປ).
ນາງສັງຂານປີນີ້: ແມ່ນນາງເທບພະທິດາອົງທີ 3 ຊົງພະນາມວ່າ “ຮາກສະເທວີ”
ຊົງພະຫູຣັດທັດດອກບົວຫຼວງ.
ອາພອນປະດັບໄປດ້ວຍແກ້ວໂມຣາ (ແກ້ວລາຍ).
ສະເຫວີຍໂລຫິດ (ກິນເລືອດ) ເປັນອາຫານ.
ພະຫັດຂວາຊົງຖືຕຣີສູນ (ຫອກສາມງ່າມ).
ພະຫັດຊ້າຍຊົງຖືລູກທະນູ.
ສະເດັດໄສຍາດ (ນອນ) ຫຼັບຕາ ມາເທິງຫຼັງ ວະຣາຫະ (ໝູ) ເປັນພາຫະນະ
ເກນພິຣຸນະສາດ: ພະຫັດເປັນອະທິບໍດີ, ນາກຫຼີ້ນນໍ້າ 3 ໂຕ, ບັນດານໃຫ້ຝົນຕົກ 500 ຫ່າ:
ຕົກໃນຂອບຈັກກະວານ 200 ຫ່າ
ຕົກໃນປ່າຫິມະພານ 150 ຫ່າ
ຕົກໃນມະຫາສະໝຸດ 100 ຫ່າ
ຕົກໃນໂລກມະນຸດ 50 ຫ່າ
ເກນທາຣາທິຄຸນ: ຕົກຣາສີ ເຕໂຊ (ໄຟ), ນໍ້າຈະໜ້ອຍ, ຝົນຈະມີພໍສົມຄວນ, ນາລຸ່ມ ແລະ ນາດອນ ຈະມີຜົນດີ ແລະ ມີຜົນບໍ່ດີປະປົນກັນໄປ, ຈະມີລົມພັດສະໝໍ່າສະເໝີກັນ ມາຈາກທິດທັງ 4 ຕາມລະດູການ.
ເກນທັນຍາຫານ: ຊື່ວ່າ “ປາປະ”, ເຂົ້າກ້າໄຮ່ນາ ຈະໄດ້ແຕ່ 1 ສ່ວນ ເສຍໄປ 10 ສ່ວນ, ຈະເກີດທຸບພິກຂະໄພຕ່າງໆ ປະຊາຊົນຈະໄດ້ທຸກລຳບາກ ເພາະທັນຍາຫານແພງ ບາງແຫ່ງກໍເກີດເສຍຫາຍຫຼາຍ.
ເກນຜະລາມັດສະມັງສາຫານ: ໝາກໄມ້ຈະມີພໍສົມຄວນ, ຊີ້ນປາອາຫານ ຈະຂາດເຂີນ ບໍ່ພໍຢູ່ ບໍ່ພໍກິນ ບໍ່ພໍໃຊ້.
ຣຸກຂະຊາດ:ໄມ້ກ່ອມເກາະ (ໄມ້ສົ້ມພໍ, ໄມ້ຂ່ວຍ, ໄມ້ທົ່ມ) ເປັນພະຍາ, ຄົນທັງຫຼາຍ ມັກຕື່ນຂ່າວອະກຸສົນ.
ເກນກາລະໂຍກ:
ວັນຈັນ ເປັນທຸງໄຊ
ວັນເສົາ ເປັນອະທິບໍດີ
ວັນຈັນ ເປັນອຸບາດ
ວັນຈັນ ເປັນໂລກາວິນາດ
(ຈະເຮັດສິ່ງມຸງຄຸນໃດໆໃນປີນີ້ໃຫ້ເລືອກ ວັນຈັນ ແລະ ວັນເສົາ)
ຄຳນວນໂດຍ: ສາທຸ ບຸນທັນ ປຸນຍະກາມະເຖຣະ ວັດປ່າໂພນເພົາ ວະນາຣາມ ນະຄອນຫຼວງພະບາງ
ພາບໂດຍ: AI, ສະເໜ່ຫຼວງພະບາງ.
Lao Youth Radio FM 90 MHz

