ວັນທີ່ 13 ມີນາ 2026 ນີ້, ຄະນະກຳມະການປົກຄອງເມືອງຊໍາເໜືອ ໄດ້ຈັດພິທີປະກາດການສ້າງຕັ້ງຕາແສງຊໍາເໜືອ ຢູ່ທີ່ຕຶກຫ້ອງວ່າການປົກຄອງເມືອງຊໍາເໜືອຫຼັງເກົ່າ. ໂດຍການເຂົ້າຮ່ວມຂອງທ່ານ ພຸດພັນ ແກ້ວວົງໄຊ ກຳມະການສູນກາງພັກ, ເລຂາພັກແຂວງ, ທ່ານ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ຫົງທອງ ຈັນທາຈິດ ກຳມະການປະຈໍາພັກແຂວງ, ເລຂາພັກເມືອງຊໍາເໜືອ, ມີບັນດາທ່ານການນໍາແຂວງ, ການນໍາ 10 ເມືອງ, ນາຍບ້ານອ້ອມຂ້າງຕະຫຼອດຮອດພາກສວ່ນທີ່ກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.
ທ່ານ ບຸນລົມ ສີເມືອງວົງ ປະທານຄະນະກຳມະການປົກຄອງເມືອງຊໍາເໜືອໄດ້ໃຫ້ຮູ້ວ່າ: ຕາແສງເມືອງຊຳ ເມືອງຊໍາເໜືອ, ຊື່ງເປັນຕາແສງທີ່ໄດ້ຮັບການສ້າງຕັ້ງຂື້ນເປັນຕາແສງທໍາອິດ ຂອງແຂວງຫົວພັນ ແລະ ເປັນຕາແສງໜຶ່ງທີ່ຂື້ນກັບອົງການປົກຄອງເມືອງຊຳເໜືອ ມີທີຕັ້ງຢູ່ສຳນັກງານບ້ານທາດເມືອງໆຊຳເໜືອ, ທິດເໜືອມີເຂດແດນຕິດກັບຕາແສງ ຫົວຊຽງ, ທິດໃຕ້ ຕິດກັບຕາແສງ ລ້ອງແວ່ນ, ທິດຕາເວັນອອກ ຕິດກັບ ເມືອງວຽງໄຊ, ທິດຕາເວັນຕົກ ຕິດກັບ ຕາແສງ ລ້ອງຮາມ ແລະ ຕາແສງ ສະເຫຼີ້ຍ ເມືອງຊຳເໜືອ, ມີເນື້ອທີ່ທັງໝົດ 28,829.99 ເຮັກຕາ, 2,862,9 ກິໂລຕາແມັດ, ກວມເອົາ 2 ກຸ່ມບ້ານຄື: ກຸ່ມເທດສະບານ ແລະ ກຸ່ມຜາປັດ ລວມມີ 27 ບ້ານຄື: ບ້ານທາດເມືອງ, ບ້ານພັນໄຊ, ບ້ານໂພໄຊ, ບ້ານຊຳເໜືອ, ບ້ານນາລີວ, ບ້ານນາວຽງ, ບ້ານນາທົ່ງຈອງ, ບ້ານ ນາໜອງບົວ, ບ້ານ ນາທອງ, ບ້ານ ມີສຸກ, ບ້ານ ໂພນຄຳ, ບ້ານ ນາສະກາງ, ບ້ານ ນາອ່າງ, ບ້ານ ຫົວຄັງ, ບ້ານ ຫີນດຳ, ບ້ານ ຫ້ວຍອວງ, ບ້ານ ຫາດກອກ, ບ້ານ ປຸງ, ບ້ານ ກໍ, ບ້ານ ປ່າຫວານ, ບ້ານ ຄັງແຄກ, ບ້ານ ຫ້ວຍໂຄ່, ບ້ານ ຄັງໂຄ່, ບ້ານປ່າຈ່າ+ຜາປັດ, ບ້ານຕະເອົ່າ+ນາເຍີງ, ບ້ານ ພູໂລນ+ປ່າຫີນ ແລະ ບ້ານພູຫຼວງ; ມີຄະນະອົງການປົກຄອງບ້ານ 117 ທ່ານ, ຍິງ 15 ທ່ານ, ມີໜ່ວຍພັກບ້ານ 24 ໜ່ວຍ, ມີຄະນະໜ່ວຍພັກທັງໝົດ 70 ສະຫາຍ, ຍິງ 15 ສະຫາຍ, ມີສະມາຊິກພັກທັງໝົດ 1.023 ສະຫາຍ, ມີພົນລະເມືອງທັງໝົດ 27.561 ຄົນ, ເປັນຍິງ 13.663 ຄົນ, ມີ 5.117 ຄອບຄົວ, ມີ 4.856 ຫຼັງຄາເຮືອນ, ປະກອບມີຫຼາຍເຜົ່າຄື: ເຜົ່າລາວ, ເຜົ່າມົ້ງ, ເຜົ່າໄຕ, ເຜົ່າກືມມຸ, ເຜົ່າພ້ອງ, ເຜົ່າຈີນ, ເຜົ່າມອ້ຍ ແລະ ເຜົ່າອີວມຽ້ນ; ອັດຕາຄວາມໜາແໜ້ນ 10 ຄົນ/ກິໂລຕາແມັດ.
ທີ່ມາ: ຂ່າວຫົວພັນ

