ໃນຂະນະທີ່ຍຸກສະໄໝມີການປ່ຽນແປງຢ່າງໄວວາ, ຄວາມເຄັ່ງຕຶງດ້ານພູມີລັດຖະສາດ, ລັດທິຝ່າຍດຽວ ແລະ ລັດທິກີດກັນທາງການຄ້າໄດ້ເພີ່ມທະວີຂື້ນຢ່າງຮຸນແຮງ, ຄວາມຂັດແຍ້ງຕ່າງໆທີ່ຍຶດເຍື້ອຍາວນານ ແລະ ຄວາມຕ້ອງການທົ່ວໂລກທີ່ຫຼຸດລົງ, ໂລກກຳລັງຊອກຫາຄວາມສົມດຸນລະຫວ່າງການແບ່ງແຍກ, ຈີນໄດ້ກຳນົດເປົ້າໝາຍການເຕີບໂຕທາງເສດຖະກິດໃນປີ 2026 ໄວ້ທີ່ 4.5% – 5%, ໂດຍມີເປົ້າໝາຍເພື່ອແນໃສ່ການຮັກສາອັດຕາການເຕີບໂຕທີ່ເໝາະສົມເພື່ອສະຖຽນລະພາບຂອງພື້ນຖານເສດຖະກິດ ແລະ ຍັງເປີດກວ້າງພື້ນທີ່ໃຫ້ແກ່ການລົງເລິກດ້ານການປະຕິຮູບ, ກ້າວໄປຂ້າງໜ້າຕາມຫຼັກການຂອງຕົນເອງຢ່າງໝັ້ນຄົງ ແລະ ສ້າງຄວາມເຊື່ອໝັ້ນອັນມີຄຸນຄ່າໃຫ້ແກ່ຕະຫຼາດໂລກດ້ວຍຄວາມແນ່ນອນໃນຄຸນນະພາບການພັດທະນາຂອງຕົນ.
ສະແດງໃຫ້ເຫັນເຖິງ “ຄຸນນະພາບ” ຂອງນະໂຍບາຍທີ່ເນັ້ນການປະຕິບັດຕົວຈິງ. ເປົ້າໝາຍການເຕີບໂຕຂອງເສດຖະກິດຈີນໄດ້ຖືກກຳນົດໄວ້ໃນຂອບເຂດທີ່ສອດຄ່ອງກັບຮາກຖານການພັດທະນາແຫ່ງຊາດ, ອັດຕາການເຕີບໂຕທີ່ມີທ່າແຮງ, ທິດທາງການຍົກລະດັບໂຄງສ້າງ ແລະ ວິໄສທັດໄລຍະຍາວປີ 2035.
ສຳລັບແຜນພັດທະນາ 5 ປີ ຄັ້ງທີ 15 ແລະ ໃນອານາຄົດ, ພຽງແຕ່ສາມາດຮັກສາການເຕີບໂຕສະເລ່ຍຕໍ່ປີໃຫ້ໄດ້ສູງກວ່າ 4.17%, ປະເທດຈີນກໍຈະສາມາດບັນລຸເປົ້າໝາຍການເຮັດໃຫ້ GDP ຕໍ່ຫົວຄົນບັນລຸໄດ້ຢູ່ໃນລະດັບດຽວກັນກັບປະເທດພັດທະນາປານກາງພາຍໃນປີ 2035. ອີງຕາມການຄາດຄະເນຂອງກອງທຶນການເງິນສາກົນ (IMF) ໃນເດືອນ ມັງກອນ 2026, ເສດຖະກິດໂລກຈະເຕີບໂຕ 3.3%, ໃນຂະນະທີ່ກຸ່ມປະເທດພັດທະນາຈະເຕີບໂຕພຽງ 1.8%. ເປົ້າໝາຍການເຕີບໂຕທາງເສດຖະກິດຂອງຈີນສູງກວ່າລະດັບສະເລ່ຍຂອງໂລກ ແລະ ຢູ່ໃນບັນດາເສດຖະກິດທີ່ສຳຄັນອັນດັບຕົ້ນໆຂອງໂລກ, ເຊິ່ງປະກອບສ່ວນສຳຄັນຕໍ່ສະຖຽນລະພາບ ແລະ ການພັດທະນາເສດຖະກິດໂລກ ແລະ ການຮັບປະກັນການດຳເນີນງານຂອງລະບົບຕ່ອງໂສ້ການສະໜອງທົ່ວໂລກໃຫ້ເປັນໄປຢ່າງລາບລື່ນ.
ກ້າວໄປສູ່ “ເຂັມທິດ” ການພັດທະນາທີ່ມີຄຸນນະພາບສູງ. ເປົ້າໝາຍການເຕີບໂຕທາງເສດຖະກິດຂອງຈີນໄດ້ສົ່ງສັນຍານນຳໃຊ້ນະໂຍບາຍທີ່ຊັດເຈນ, ຊີ້ນຳທຸກພາກສ່ວນໃຫ້ເໜັ້ນໜັກໃສ່ການພັດທະນາທີ່ມີຄຸນນະພາບ, ສົ່ງເສີມການຫັນປ່ຽນໂຄງສ້າງເສດຖະກິດໄປສູ່ຄຸນນະພາບ ແລະ ຮູບແບບທັນສະໄໝ. ເລີ່ມຈາກ “ຜະລິດຕະພັນໃໝ່ 3 ຢ່າງ” ທີ່ຂາຍດີທົ່ວໂລກ, ຈົນເຖິງອຸດສາຫະກຳແຫ່ງອະນາຄົດ ເຊັ່ນ: ການຜະລິດທາງຊີວະພາບ, ເຕັກໂນໂລຊີຄວນຕຳ ແລະ ຫຸ່ນຍົນອັດສະລິຍະ ເຊິ່ງເປັນຈຸດສຸມຫຼັກຂອງ “ແຜນການຫ້າປີຄັ້ງທີ 15,” ການສ້າງກຳລັງການຜະລິດໃໝ່ຢ່າງວ່ອງໄວ ໄດ້ກຳລັງປ່ຽນແປງລະບົບຕ່ອງໂສ້ມູນຄ່າທົ່ວໂລກ. Tianwen-2, ການນຳໃຊ້ BeiDou ໃນຂອບເຂດກ້ວາງ ແລະ ໂມເດວພາສາຂະໜາດໃຫຍ່ (Open-source AI) ທີ່ພັດທະນາຂື້ນພາຍໃນປະເທດ ບໍ່ໄດ້ເປັນພຽງສິ່ງຈັດວາງສະແດງໃນຫ້ອງທົດລອງອີກຕໍ່ໄປ, ແຕ່ເປັນກຳລັງການຜະລິດທີ່ແທ້ຈິງ. ນັບແຕ່ປັນຍາປະດິດ ແລະ DeepSeek ຈົນເຖິງລົດຍົນພະລັງງານໃໝ່, ເປັນຄັ້ງທຳອິດໃນປະຫວັດສາດທີ່ປະເທດຖະກິດໃໝ່ໄດ້ກ້າວຂຶ້ນມາຢູ່ແຖວໜ້າດ້ານເຕັກໂນໂລຢີ. ການປະກົດຕົວຂອງຫຸ່ນຍົນກັງຟູໃນງານສະເຫຼີມສະຫຼອງເທດສະການກຸດຈີນເຮັດໃຫ້ຊາວເນັດຮ້ອງອຸທານອອກມາວ່າ “ປະເທດຕາເວັນຕົກຍັງຢູ່ໃນຍຸກກາງ.”
ມີບົດບາດເປັນ “ເຄື່ອງຈັກຮັກສາສະຖຽນລະພາບ” ຂອງຕະຫຼາດໂລກ. ຄວາມແນ່ນອນແມ່ນຫາຍາກໃນໂລກປະຈຸບັນ. ການໂຈມຕີທາງອາກາດຂອງສະຫະລັດອາເມຣິກາ ແລະ ອິດສະຣາເອນຕໍ່ອີຣານໄດ້ສົ່ງຜົນໃຫ້ປະເທດໃນອ່າວເປີເຊຍທັງໝົດຕົກຢູ່ໃນຄວາມວຸ້ນວາຍ, ສົ່ງຜົນໃຫ້ສະຖານະການຮ້າຍແຮງຂຶ້ນ ແລະ ສົ່ງຜົນໃຫ້ເກີດຄວາມບໍ່ໝັ້ນຄົງໃນລະດັບໂລກ, ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ລະບົບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງສາກົນ. ການເຕີບໂຕທາງເສດຖະກິດຂອງຈີນໃນອັດຕາປານກາງຊ່ວຍຮັກສາສະຖຽນລະພາບຄວາມຕ້ອງການສິນຄ້າ, ຄຳສັ່ງຊື້ການຜະລິດ ແລະ ການລົງທຶນຂ້າມຊາຍແດນ, ເຊີ່ງເປັນການສະໜັບສະໜູນຄວາມຕ້ອງການທີ່ຄາດການໄດ້ ແລະ ໄດ້ສົ່ງສັນຍານທາງນະໂຍບາຍຕໍ່ຕະຫຼາດສາກົນ. ການຄ້າສາກົນຂອງຈີນໄດ້ບັນລຸ “ການເລີ່ມຕົ້ນທີ່ດີ” ໃນປີ 2026, ດ້ວຍມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າທັງໝົດບັນລຸ 7.73 ລ້ານລ້ານຢວນໃນສອງເດືອນທຳອິດ, ເພີ່ມຂຶ້ນ 18.3% ເມື່ອທຽບໃສ່ປີກ່ອນ; ການນຳເຂົ້າ ແລະ ສົ່ງອອກສິນຄ້າກັບບັນດາປະເທດທີ່ເຂົ້າຮ່ວມໃນໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ” ມີມູນຄ່າທັງໝົດ 4.02 ລ້ານລ້ານຢວນ, ເພີ່ມຂຶ້ນ 20%, ເຊິ່ງມີບົດບາດທີ່ສຳຄັນໃນການຮັກສາສະຖຽນລະພາບໃຫ້ກັບຄວາມຄາດຫວັງ ແລະ ສ້າງຄວາມເຊື່ອໝັ້ນ ແລະ ສ້າງຄວາມແນ່ນອນທີ່ມີຄຸນຄ່າເຂົ້າໃນເສດຖະກິດໂລກ.
ພາຍໃຕ້ສະຖານະການສາກົນໃນປະຈຸບັນທີ່ມີຄວາມສັບສົນ ແລະ ວຸ້ນວາຍ, ມີຄວາມບໍ່ແນ່ນອນ ແລະ ປັດໄຈທີ່ຄາດເດົາບໍ່ໄດ້ຂ້ອນຂ້າງຫຼາຍ, ສົງຄາມ, ຄວາມທຸກຍາກ, ຄວາມອຶດຫິວ ແລະ ຄວາມບໍ່ຍຸຕິທຳ ແມ່ນສັດຕູຂອງມະນຸດຊາດ ແລະ ການທີ່ຈະເອົາຊະນະສິ່ງທ້າທາຍເຫຼົ່ານີ້ຈຳເປັນຕ້ອງອາໄສຄວາມສາມັກຄີ, ການຮ່ວມມື ແລະ ເປັນຈິດໜື່ງໃຈດຽວທົ່ວໂລກ. ຈີນມຸ່ງໝັ້ນທີ່ຈະເດີນຕາມເສັ້ນທາງການພັດທະນາໂດຍສັນຕິ ແລະ ສືບຕໍ່ຂະຫຍາຍການເປີດປະຕູສູ່ໂລກພາຍນອກໃນລະດັບສູງ, ດ້ວຍຄວາມແນ່ນອນດ້ານການພັດທະນາຂອງຕົນ ແລະ ການກະທຳທີ່ເປັນຮູບປະທຳຂອງການຮ່ວມມືແບບເປີດກວ້າງ, ສ້າງສະຖຽນລະພາບ ແລະ ທິດທາງໃຫ້ແກ່ໂລກທີ່ວຸ້ນວາຍ, ໂດຍຮ່ວມມືກັນສ້າງໂລກແຫ່ງສັນຕິພາບທີ່ຍືນຍົງ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ການເປີດກວ້າງ ແລະ ຍອມຮັບ, ສະພາບແວດລ້ອມທີ່ສະອາດ ແລະ ສວຍສົດງົດງາມ.

