ກອງປະຊຸມປຶກສາຫາລືແກ້ໄຂບັນຫານໍ້າມັນເຊື້ອໄຟ ຄັ້ງທີ 4 ພາຍຫລັງທີ່ໄດ້ຮັບຜົນກະທົບຈາກ ສະພາບຄວາມບໍ່ສະຫງົບຢູ່ເຂດຕາເວັນອອກກາງ ເຮັດໃຫ້ລາຄານໍ້າມັນເຊື້ອໄຟເໜັງຕີງເພີ່ມຂຶ້ນແຮງ ແລະ ປະລິມານ ການນໍາເຂົ້ານໍ້າມັນມີທ່າອ່ຽງຫລຸດລົງ ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດເສດຖະກິດ ແລະ ການພົວພັນການຮ່ວມມືກັບຕ່າງປະເທດ, ບັນດາລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ປຶກສາຫາລືກ່ຽວກັບສະພາບການສະໜອງນໍ້າມັນ, ລາຄານໍ້າມັນ ຕິດພັນກັບລາຄາສິນ ຄ້າ-ຄ່າບໍລິການ ແລະ ມາດຕະການແກ້ໄຂ, ຮ່າງນະໂຍບາຍ ແລະ ມາດຕະການຄຸ້ມຄອງ ການນໍາເຂົ້າ-ແຈກຢາຍ ແລະ ລາຄານໍ້າມັນ ໂດຍໄດ້ລົງເລິກພິຈາລະນາຕໍ່ບາງບັນຫາສຳຄັນເປັນຕົ້ນ:
ກົນໄກ-ນະໂຍບາຍ ຕໍ່ການນຳເຂົ້ານໍ້າມັນເຊື້ອໄຟທີ່ວ່ອງໄວ ແລະ ຈາກຫລາຍແຫລ່ງ;
ກົນໄກການຕິດຕາມກວດກາການຄຸ້ມຄອງຄັງແຮນໍ້າມັນ ແລະ ການແຈກຢາຍບໍລິການສັງຄົມ ທີ່ຮັດກຸມ-ຊັດເຈນ ແລະ ມີປະສິດທິຜົນສູງ;
ການຄຸ້ມຄອງ-ບໍລິຫານນໍ້າມັນພາຍໃນ ປະເທດຮັບປະກັນໃຫ້ມີນຳໃຊ້ຕໍ່ເນື່ອງ-ທົ່ວເຖິງ;
ນະໂຍບາຍທາງເລືອກ ເພື່ອທົດແທນການນຳໃຊ້ນໍ້າມັນເຊື້ອໄຟ ກໍຄືການສົ່ງເສີມນໍາໃຊ້ລົດໄຟຟ້າ, ການຂະຫຍາຍຕາໜ່າງການບໍລິການລົດໄຟຟ້າ ໂດຍສານສາທາລະນະໃນຕົວເມືອງ-ເຂດຊຸມຊົນ;
ການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານໂຄສະນາເຜີຍແຜ່ ແລະ ປຸກສະດົມສັງຄົມ ໃຫ້ຮັບຮູ້-ເຂົ້າ ໃຈ ແລະ ມີສະຕິຕໍ່ຊາດ;
ການກຳນົດນະໂຍບາຍຫຼຸດຜ່ອນຜົນກະທົບຕໍ່ສັງຄົມ ແລະ ການປະຕິບັດແຜນພັດທະນາຕ່າງໆ;
ການຄົ້ນຄວ້າປະກອບບຸກຄະລາກອນ ເຂົ້າໃນຄະນະສະເພາະກິດ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ;
ມາດຕະການຕ່າງໆໃນການຮັບມືແຕ່ລະໄລຍະ (ໄລຍະສັ້ນ-ໄລຍະຍາວ) ລວມທັງການເປັນເຈົ້າການ, ການມອບໝາຍ ຄວາມຮັບຜິດຊອບວຽກຕ່າງໆ ໃຫ້ບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ, ຊຶ່ງລາຍລະອຽດຂອງມາດຕະການບາງດ້ານ ລັດຖະບານ ຈະໄດ້ຄົ້ນຄວ້າອອກເປັນນິຕິກໍາສະເພາະເພື່ອໃຫ້ບັນດາກະຊວງ-ອົງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງນຳໄປຈັດຕັ້ງປະຕິບັດໂດຍໄວ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

