ແຂວງຫຼວງພຣະບາງ ເຂັ້ມງວດຕິດຕາມປ້ຳນ້ຳມັນ ຊີ້ນຳກັານປັບລາຄາຂຶ້ນ – ລົງ ແລະ ບໍ່ໃຫ້ກັນຕຸນນ້ຳມັນ

ວັນທີ 12 ມີນາ 2026, ເຈົ້າໜ້າທີ່ການຄ້າ ພະແນກ ອຸດສາຫະກໍາ ແລະການຄ້າ ແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ກວດກາ ບັນ ດາຫົວໜ່ວຍທຸລະກິດ, ປ້ຳນ້ຳມັນ ແລະ ຜູ້ປະກອບການຢ່າງໃກ້ຊິດ. ການລົງກວດກາຄັ້ງນີ້ ແມ່ນເພື່ອກວດກາ-ຕິດຕາມການປັບຂຶ້ນ-ລົງ ລາຄານ້ຳມັນປໍ້າທີ່ໃຫ້ບໍລິການ ແລະ ການກັກຕຸນນໍ້າມັນ ຫຼື ປິດປໍ້າໂດຍພາລະການ ຫລືບໍ່, ພ້ອມທັງກວດສອບຕົວຈິງວ່າປໍ້າທີ່ປິດນັ້ນ ມີນໍ້າມັນເຫລືອຢູ່ໃນສາງ ຫລື ບໍ່. ຖ້າພົບວ່າມີນໍ້າມັນຢູ່ ແຕ່ ມີເຈດຕະນາປິດເພື່ອເກັງກໍາໄລ ຕ້ອງສັ່ງໃຫ້ເປີດບໍລິການທັນທີ.

ມາດຕະການເດັດຂາດສໍາລັບຜູ້ປະກອບການທີ່ລະເມີດ ແລະ ບໍ່ປະຕິບັດຕາມລະບຽບການ, ທາງເຈົ້າ ໜ້າທີ່ການຄ້າ ຈະດຳເນີນການເຮັດບົດບັນທຶກ ແລະ ພິຈາລະນາຖອນໃບອະນຸຍາດດໍາເນີນທຸລະກິດ ໂດຍບໍ່ມີຂໍ້ຍົກເວັ້ນ.

ຂໍ້ມູນ:ໂທລະພາບ ແຂວງຫຼວງພະບາງ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles