ຊົມເຊີຍ ພະນັກງານສະໜາມບິນສາກົນດານັງ ສົ່ງຄືນກະເປົ໋າເງິນ ມີເງິນ 5000 ໂດລາ ຄືນນັກທ່ອງທ່ຽວ

ກາຍເປັນເລື່ອງລາວທີ່ໄດ້ຮັບສຽງຊົມເຊີຍຢ່າງລົ້ນເຫຼືອ! ເມື່ອພະນັກງານຮັກສາຄວາມປອດໄພ​ ຢູ່ສະໜາມບິນສາກົນດານັງ ປະເທດຫວຽດນາມ ໄດ້ຊ່ວຍກັນຕິດຕາມຫາເຈົ້າຂອງກະເປົາ ເພື່ອສົ່ງຄືນຊັບສິນທີ່ມີມູນຄ່າໃຫ້ກັບນັກທ່ອງທ່ຽວຊາວອິນເດຍ.

ເຫດການເກີດຂຶ້ນເມື່ອ: ວັນທີ 5 ມີນາ 2026​ ທີ່ຜ່ານມາ.

ສິ່ງຂອງທີ່ພົບ: ກະເປົາເປ້ສີຂາວທີ່ຖືກປະໄວ້ຢູ່ Terminal T1. ພາຍໃນມີເງິນສົດ 5,000 ໂດລາສະຫະລັດ, ເງິນຣູປີອິນເດຍອີກເກືອບ 40,000 ຣູປີ, ໂທລະສັບມືຖື ແລະ ເອກະສານສ່ວນຕົວທີ່ສຳຄັນຫຼາຍຢ່າງ (ລວມມູນຄ່າກວ່າ 5,700 ໂດລາ).

ເຈົ້າຂອງຊັບສິນ: ເປັນນັກທ່ອງທ່ຽວຊາຍຊາວອິນເດຍ (ອັກສອນຫຍໍ້ P.A.) ເຊິ່ງໃນເວລານັ້ນລາວໄດ້ເຊັກອິນ ແລະ ເດີນທາງອອກຈາກດານັງ ໄປຍັງນະຄອນໂຮ່ຈີມິນ ແລ້ວ.

ຫຼັງຈາກທີ່ທີມຮັກສາຄວາມປອດໄພກວດພົບກະເປົາ, ເຂົາເຈົ້າບໍ່ໄດ້ນິ່ງນອນໃຈ! ໄດ້ມີການປະສານງານຢ່າງວ່ອງໄວກັບພາກສ່ວນທີ່ກ່ຽວຂ້ອງ ແລະ ສາຍການບິນ VietJet Air ເພື່ອຕິດຕາມຫາເຈົ້າຂອງ.

ນັກທ່ອງທ່ຽວຄົນດັ່ງກ່າວຫາກໍ່ຮູ້ຕົວວ່າກະເປົາເສຍ ເມື່ອເດີນທາງໄປຮອດໂຮ່ຈີມິນ ແລະ ກຳລັງຈະຕໍ່ເຄື່ອງກັບຄືນປະເທດອິນເດຍ.

ດ້ວຍຄວາມຊ່ວຍເຫຼືອຂອງເຈົ້າໜ້າທີ່, ກະເປົາໜ່ວຍນັ້ນໄດ້ຖືກສົ່ງຕໍ່ໄປຫາລາວຢ່າງປອດໄພ ແລະ ສິ່ງຂອງໃນກະເປົາຍັງຢູ່ຄົບຖ້ວນທຸກຢ່າງ.

ທ່ານ P.A. ໄດ້ຂຽນຈົດໝາຍຂອບໃຈຢ່າງສຸດຊຶ້ງເຖິງເຈົ້າໜ້າທີ່ຕຳຫຼວດສະໜາມບິນ ໂດຍລະບຸວ່າ “ລາວຮູ້ສຶກປະຫຼາດໃຈ ແລະ ດີໃຈຫຼາຍທີ່ໄດ້ຊັບສິນຄືນຄົບທຸກຢ່າງ” ຖືເປັນການສ້າງພາບລັກທີ່ດີໃຫ້ກັບການທ່ອງທ່ຽວຂອງຫວຽດນາມ.

ສະໜາມບິນດານັງ ຂຶ້ນຊື່ເລື່ອງຄວາມຊື່ສັດມາໂດຍຕະຫຼອດ, ກ່ອນໜ້ານີ້ກໍເຄີຍມີເຫດການພະນັກງານທຳຄວາມສະອາດສົ່ງຄືນເງິນກວ່າ 54,000 ໂດລາ ໃຫ້ກັບນັກທ່ອງທ່ຽວຊ່າຍີ່ປຸ່ນມາແລ້ວ!

ທີ່ມາ: Vn Express

Lao Youth​ ​Radio​ FM​ 90​ ​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles