ນາງ ພອນລິສາ ສິນລະປະກິດ ຈາກໂຮງຮຽນນານາຊາດອ໋ອດສະກາ ເຂົ້າຮ່ວມງານໂອແລັມປິກ ແຂ່ງຂັນວິຊາຄະນິດສາດ ແລະ ວິທະຍາສາດສັງຄົມ ທີ່ຈັດຂຶ້ນໃນວັນທີ 28 ກຸມພາ 2026 ທີ່ຜ່ານມາ ທີ່ປະເທດຟີລິບປິນ ໃນລະດັບຊັ້ນ ມ.4, ໃນວິຊາຄະນິດສາດ ຊຶ່ງເປັນຫຼຽນຄໍາໜຶ່ງດຽວທີ່ນັກຮຽນລາວ ຍາດມາໄດ້ ໃນການເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້, ສ່ວນວິຊາວິທະຍາສາດສັງຄົມແມ່ນໄດ້ຮັບຫຼຽນທອງ, ສໍາລັບວິຊາຄະນິດສາດ ໂດຍອີງໃສ່ຄະແນນ ແລະ ເງື່ອນໄຂຕ່າງໆທີ່ກ່ຽວຂ້ອງ ຄະນະຜູ້ຈັດການສອບເສັງໂອແລັມປິກໄດ້ມອບຂັນລາງວັນກຽດນິຍົມຂັ້ນສູງພິເສດໃຫ້ນໍາດ້ວຍ.
ນາງ ພອນລິສາ ສິນລະປະກິດ ໄດ້ໃຫ້ສໍາພາດວ່າ: ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍທີ່ສາມາດຍາດໄດ້ຫຼຽນຄໍາ ແລະ ໄດ້ຮັບຂັນກຽດນິຍົມຂັ້ນສູງພິເສດຂອງໂອແລັມປິກໃນຄັ້ງນີ້ ແລະ ຄວາມພູມໃຈອີກຢ່າງໜຶ່ງກໍຄື ນາງ ແພັດຕີຍາ ສິນລະປະກິດ ຜູ້ເປັນເອື້ອຍກໍໄດ້ເຂົ້າຮ່ວມແຂ່ງຂັນ ວິຊາຄະນິດສາດໃນລະດັບຊັ້ນ ມ.5 ກໍສາມາດຍາດໄດ້ຫຼຽນທອງ ມາໃຫ້ ໂຮງຮຽນ ແລະ ປະເທດລາວເຊັ່ນກັນ.
ງານໂອແລັມປິກແຂ່ງຂັນ ວິຊາຄະນິດສາດ ແລະ ວິທະຍາສາດສັງຄົມສາກົນ ຮອບສຸດທ້າຍທົ່ວໂລກສໍາລັບນັກຮຽນຊັ້ນປະຖົມ ແລະ ມັດທະຍົມ (PHILIPPINE INTERNATIANAL MATH AND SCIENCE OLIMPICS (PIMSO) CLOBAL FINAL ROUND 2026) ຄັ້ງນີ້, ມີນັກຮຽນທັງໝົດ 1 ພັນກວ່າຄົນ ທີ່ມາຈາກ 10 ກວ່າປະເທດເຂົ້າຮ່ວມ.
ໃນນັ້ນ, ມີນັກຮຽນຈາກປະເທດລາວ ຈໍານວນ 19 ຄົນ ຈາກຫຼາຍໂຮງຮຽນ ແລະ ເຂົ້າຮ່ວມແຂ່ງຂັນໃນລະດັບຊັ້ນຮຽນທີ່ແຕກຕ່າງກັນ ຊຶ່ງພວກເຂົາກໍສາມາດຍາດໄດ້ຫຼຽນລາງວັນມາໃຫ້ປະເທດລາວ.
ທີ່ມາ: ປະຊາຊົນ

