ວັນທີ 11 ມີນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະລົງຊຸກຍູ້ການຕຈັດຕັ້ງປະຕິບັດການກໍ່ສ້າງຕາຝັ່ງຕ້ານເຈື່ອນໃນເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການຕ້ອນຮັບຂອງທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງ ແຂວງຄຳມ່ວນ ມີຫົວໜ້າພະແນກ ຍທຂ ແຂວງ ແລະ ພະນັກງາວິຊາການກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງຕາຝັ່ງຕ້ານເຈື່ອນເມືອງທ່າແຂກແມ່ນກິດຈະກຳໜຶ່ງນອນໃນໂຄງການພັດທະນາຕົວເມືອງຕາມແລວອະນຸພາກພື້ນແມ່ນນໍ້າຂອງ 4 ເປັນໂຄງການໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ແລະ ທຶນສົມທົບຂອງລັດຖະບານລາວ ທະນາຄານພັດທະນາອາຊີ 48 ລ້ານໂດລາ ແລະ ລັດຖະບານລາວ 6,06 ລ້ານໂດລາ ມູນຄ່າໂຄງການ 54,06 ລ້ານໂດລາ ໄລຍະເວລາໂຄງການ 5 ປີ (2019-2023) ຕໍ່ອາຍຸໂຄງການ 30 ມິຖຸນາ 2026 ສໍາລັບຕົວເມືອງທ່າແຂກຈະໄດ້ຮັບທຶນປະມານ 20,94 ລ້ານໂດລາ ທຶນສົມທົບລັດຖະບານ 2,84 ລ້ານໂດລາ ສໍາລັບຈຸດປະສົງການກໍ່ສ້າງໂຄງການ ສ້າງໃຫ້ມີການແຂ່ງຂັນຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ ພັດທະນາໂຄງລ່າງພື້ນຖານດ້ານສິ່ງແວດລ້ອມຕົວເມືອງຕາມແລວທາງເສດຖະກິດ ເໜືອ-ໃຕ້ທີ່ເຊື່ອມລາວກັບຈີນ ປະເທດໄທ ແລະ ປະ ເທດມຽນມາ.
ທ່ານ ນາງ ວິສາພອນ ອິນທິລາດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງໃຫ້ສໍາພາດວ່າ: ຄວາມຄືບໜ້າຂອງໂຄງການປ້ອງກັນຕາຝັ່ງເຈື່ອນເມືອງທ່າແຂກ ເຊິ່ງມີ 2 ໂຊນຄື:ມີໂຊນ B ແລະ ເຂດບໍ່ລວມໂຊນ B ເຊິ່ງໂຊນ B ມີຄວາມຄືບໜ້າ 70% ແລະ ເຂດບໍ່ລວມໂຊນ B ມີຄວາມຄືບໜ້າ 66% ຄາດວ່າຈະໃຫ້ພື້ນທີ່ຫຼືໜ້າວຽກຫຼັກກິດຈະກໍາອື່ນໆ ສໍາເລັດໃນເດືອນມິຖຸນາ 2026 ສໍາລັບສິ່ງທ້າທາຍແມ່ນ ຄວາມບໍ່ສະຫງົບໃນສາກົນ ສົ່ງຜົນເຮັດໃຫ້ລາຄານໍ້າມັນເພີ່ມຂຶ້ນ ເປັນສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດຂອງໂຄງການບໍ່ສາມາດເຄື່ອນໄຫວວຽກໄດ້ຢ່າງເຕັມທີ່.
ໂອກາດນີ້ທ່ານລັດຖະມົນຕີໄດ້ຊີ້ນໍາໃຫ້ເຈົ້າຂອງໂຄງການສົມທົບກັບພະແນກ ຍທຂ ແຂວງ ເອົາໃຈໃສ່ໃກ້ສິດຕິດຕາມ ສືບຕໍ່ປະຕິບັດວຽກງານໃຫ້ສໍາເລັດຕາມແຜນການໂດຍໄວ ພ້ອມເນັ້ນໃຫ້ພັດທະນາຂຶ້ນຕື່ມໃຫ້ມີກິດຈະກໍາປີ່ນອ້ອມ ເພື່ອໃຫ້ມວນຊົນໄດ້ເຂົ້າມານໍາໃຊ້ພື້ນທີ່ສາທາລະນະໃຫ້ເກີດຜົນປະໂຫຍດສູງສຸດ.
ທີ່ມາ: ວຽງຈັນໃໝ່

