ສປປ ລາວ ເປີດນຳໃຊ້ມາດຕະຖານບາໂຄດສາກົນ GS1, ບໍລິສັດ ເບຍລາວ ຈຳກັດ ເປັນບໍລິສັດທຳອິດທີ່ໄດ້ຮັບບາໂຄດລາວ

ສປປ ລາວ ໄດ້ກ້າວເຂົ້າສູ່ຍຸກໃໝ່ອັນສຳຄັນໃນການສ້າງຄວາມສາມາດແຂ່ງຂັນດ້ານການຄ້າໃນລະດັບສາກົນ ດ້ວຍການເປີດນຳໃຊ້ມາດຕະຖານບາໂຄດສາກົນພາຍໃຕ້ລະບົບ GS1, ເຊິ່ງເຮັດໃຫ້ ສປປ ລາວ ສອດຄ່ອງກັບເສດຖະກິດຫຼາຍກວ່າ 120 ປະເທດທົ່ວໂລກທີ່ນຳໃຊ້ລະບົບການລະບຸສິນຄ້າສາກົນດັ່ງກ່າວ ທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງ.

ໃນໂອກາດການພັດທະນາຄັ້ງປະຫວັດສາດນີ້, ບໍລິສັດ ເບຍລາວ ຈຳກັດ ໄດ້ກາຍເປັນບໍລິສັດທຳອິດໃນ ສປປ ລາວ ທີ່ໄດ້ຮັບ ແລະ ນຳໃຊ້ບາໂຄດລາວຢ່າງເປັນທາງການ ພາຍໃຕ້ມາດຕະຖານບາໂຄດສາກົນ GS1.

ການນຳໃຊ້ມາດຕະຖານບາໂຄດສາກົນ GS1 ເປັນການຍົກລະດັບຄວາມສຳຄັນຕໍ່ໂຄງລ່າງພື້ນຖານດ້ານການຄ້າຂອງ ສປປ ລາວ ໂດຍຊ່ວຍເພີ່ມຄວາມສາມາດໃນການຕິດຕາມສິນຄ້າ, ຄວາມໂປ່ງໃສດ້ານດິຈິຕອນ ແລະ ປະສິດທິພາບໃນລະບົບຕ່ອງໂສ້ການສະໜອງສິນຄ້າ (Supply Chain) ເຊິ່ງເປັນພື້ນຖານອັນສໍາຄັນໃນການສ້າງຄວາມໝັ້ນໃຈໃຫ້ກັບສິນຄ້າຜະລິດໃນລາວ ທີ່ສົ່ງອອກຂາຍໃນຕະຫຼາດພາກພື້ນ ແລະ ສາກົນ.

ສິ່ງທີ່ສຳຄັນຍິ່ງກວ່ານັ້ນຄື ການນຳໃຊ້ມາດຕະຖານບາໂຄດສາກົນ GS1 ຂອງ ສປປ ລາວ ຍັງສະທ້ອນໃຫ້ເຫັນເຖິງການສະແດງຄວາມພາກພູມໃຈໃນຍຸກໃໝ່ ທີ່ບໍ່ພຽງແຕ່ສະແດງອອກຜ່ານມໍລະດົກ ແລະ ວັດທະນະທຳ, ແຕ່ຍັງສະແດງອອກຜ່ານມາດຕະຖານ, ລະບົບ ແລະ ຄວາມພ້ອມໃນລະດັບສາກົນ.

ໃນຖານະທີ່ເປັນຜູ້ນໍາໃນການຜະລິດເຄື່ອງດື່ມ ແລະ ຈໍາໜ່າຍສິນຄ້າ ລາຍໃຫຍ່ຂອງ ສປປ ລາວ, ການລົງທະບຽນເປັນຜູ້ທຳອິດພາຍໃຕ້ລະບົບບາໂຄດສາກົນ GS1 ຂອງລາວ ສະທ້ອນເຖິງວິໄນດ້ານການດຳເນີນງານ ແລະ ການນຳໃຊ້ມາດຕະຖານສາກົນທີ່ຈຳເປັນ ເພື່ອຕອບໂຈດມາດຕະຖານຂອງຕະຫຼາດລະດັບໂລກ.

ການເປັນບໍລິສັດທຳອິດໃນ ສປປ ລາວ ທີ່ໄດ້ຮັບບາໂຄດລາວ ຢ່າງເປັນທາງການ ຍັງສະທ້ອນໃຫ້ເຫັນເຖິງບົດບາດຂອງ ບໍລິສັດ ເບຍລາວ ຈຳກັດ ບໍ່ພຽງແຕ່ເປັນຜູ້ນຳໃນອຸດສາຫະກຳເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງການເປັນພັນທະມິດທີ່ສຳຄັນໃນການພັດທະນາເສດຖະກິດ ແລະ ຄວາມພ້ອມໃນການສົ່ງອອກຂອງປະເທດ ໃຫ້ທັນສະໄໝຂຶ້ນຕື່ມ.

ທ່ານ Henrik Andersen, ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ:

“ການນຳໃຊ້ມາດຕະຖານບາໂຄດສາກົນ GS1 ໃນ ສປປ ລາວ ລາວ ເປັນບາດກ້າວອັນສຳຄັນໃນການສົ່ງເສີມຄວາມໂປ່ງໃສໃນລະບົບຕ່ອງໂສ້ການສະໜອງສິນຄ້າ (Supply Chain) ແລະ ຄວາມພ້ອມໃນການສົ່ງອອກ. ໃນຖານະບໍລິສັດທໍາອິດທີ່ລົງທະບຽນພາຍໃຕ້ລະບົບບາໂຄດລາວ, ບໍລິສັດ ເບຍລາວ ຈຳກັດ ພາກພູມໃຈທີ່ໄດ້ຊ່ວຍກຳນົດມາດຕະຖານດ້ານຄວາມເປັນເລີດຂອງການດຳເນີນງານ, ຄວາມສາມາດຕິດຕາມກວດສອບ ແລະ ມາດຕະຖານສາກົນ. ບາດກ້າວອັນສຳຄັນນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນຍາວນານຂອງພວກເຮົາ ໃນການສ້າງລະບົບ ແລະ ຂີດຄວາມສາມາດ ທີ່ສົ່ງເສີມການເຕີບໂຕຂອງບໍລິສັດ ແລະ ການພັດທະນາການຄ້າຂອງ ສປປ ລາວ.”

ການນຳໃຊ້ມາດຕະຖານບາໂຄດສາກົນ GS1 ແມ່ນເປັນຫຼາຍກວ່າບາດກ້າວສຳຄັນໃນການພັດທະນາດ້ານເຕັກນິກ, ແຕ່ຍັງເປັນການກ້າວໄປສູ່ເສດຖະກິດລາວທີ່ເຊື່ອມຕໍ່ກັນຫຼາຍຂຶ້ນ, ມີຄວາມໂປ່ງໃສ ແລະ ສາມາດແຂ່ງຂັນໃນລະດັບສາກົນ.

ຫຼາຍທົດສະວັດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ມີບົດບາດສຳຄັນໃນການພັດທະນາປະເທດຊາດ ຜ່ານການຈັດຫາວັດຖຸດິບພາຍໃນປະເທດ, ໂຄງການກະສິກຳແບບຍືນຍົງ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນ, ການສົ່ງອອກສິນຄ້າລາວ, ການສຶກສາ, ຊຸກຍູ້ດ້ານສາທາລະນະສຸກ, ພັດທະນາການກິລາ, ແລະ ການຮ່ວມສືບສານແລະອານຸລັກຮັກສາວັດທະນາທຳປະເພນີອັນດີງາມຂອງຊາດລາວ. ໃນມື້ນີ້ ການມີສ່ວນຮ່ວມດັ່ງກ່າວໄດ້ຂະຫຍາຍໄປອີກຂັ້ນ ໂດຍການຊ່ວຍວາງລະບົບໂຄງລ່າງພື້ນຖານ ໃຫ້ສິນຄ້າລາວສາມາດລະບຸຕົວຕົນ, ຕິດຕາມ ແລະ ໄດ້ຮັບຄວາມໄວ້ວາງໃຈໃນລະດັບໂລກ.

ການເປັນຜູ້ນຳໜ້າໃນການນຳໃຊ້ມາດຕະຖານບາໂຄດສາກົນ, ບໍລິສັດ ເບຍລາວ ຈຳກັດ ໄດ້ເປັນແບບຢ່າງທີ່ສຳຄັນໃຫ້ແກ່ຜູ້ຜະລິດລາວໃນຫຼາຍອຸດສາຫະກຳ ສະແດງໃຫ້ເຫັນວ່າ ສິນຄ້າທີ່ຜະລິດໃນລາວ ສາມາດບັນລຸມາດຕະຖານສາກົນສູງສຸດ ໃນດ້ານການຕິດຕາມສິນຄ້າ, ຄວາມໂປ່ງໃສ ແລະ ການຮັບປະກັນຄຸນນະພາບ.

ໃນຂະນະທີ່ ສປປ ລາວ ກຳລັງເຊື່ອມຕໍ່ເຂົ້າກັບຕະຫຼາດໂລກທີ່ນຳໃຊ້ລະບົບດິຈິຕອນ ແລະ ມີຄວາມເຊື່ອມໂຍງສູງຂຶ້ນ, ລະບົບມາດຕະຖານສາກົນ ເຊັ່ນ GS1 ແມ່ນມີບົດບາດສຳຄັນໃນການສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ, ຄວາມໂປ່ງໃສໃນລະບົບຕ່ອງໂສ້ການສະໜອງສິນຄ້າ (Supply Chain) ແລະ ຄວາມໜ້າເຊື່ອຖືໃນການສົ່ງອອກ.

ໃນໂອກາດອັນສຳຄັນນີ້ ສປປ ລາວ ກຳລັງສົ່ງສັນຍານວ່າ ປະເທດແມ່ນມີຄວາມພ້ອມໃນການດຳເນີນການຄ້າພາຍໃຕ້ມາດຕະຖານດຽວກັນກັບທີ່ໃຊ້ໃນການຄ້າລະດັບໂລກ ເພື່ອໃຫ້ສິນຄ້າລາວໄດ້ຮັບການຍອມຮັບ, ໄວ້ວາງໃຈ ແລະ ສາມາດແຂ່ງຂັນໄດ້ໃນທົ່ວໂລກ.

ໃນຖານະທີ່ເປັນບໍລິສັດທຳອິດທີ່ໃຊ້ໂອກາດນີ້ເພື່ອກ້າວໄປທາງໜ້າ ບໍລິສັດ ເບຍລາວ ຈຳກັດ ສະທ້ອນໃຫ້ເຫັນເຖິງ “ພູມໃຈໃນຄວາມເປັນລາວ” ທີ່ໝາຍເຖິງຄວາມພາກພູມໃຈບໍ່ໄດ້ວັດແທກດ້ວຍຄໍາເວົ້າ ແຕ່ວັດແທກໄດ້ດ້ວຍມາດຕະຖານທີ່ໂລກສາມາດໄວ້ວາງໃຈ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles