ນະຄອນຫຼວງພະບາງ ປະກາດຈັດລະບຽບການນຳໃຊ້ລົດ-ໃຊ້ຖະໜົນໃນເຂດມໍລະດົກໂລກ ພ້ອມບັງຄັບໃຊ້ກົດໝາຍ ແລະ ມາດຕະການປັບໃໝຢ່າງເດັດຂາດ
ຫ້ອງການໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງ ຮ່ວມກັບ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງພະບາງ ໄດ້ເລີ່ມປະຕິບັດມາດຕະການຈັດລະບຽບການສັນຈອນ ແລະ ຈຸດຈອດລົດຢ່າງເປັນທາງການ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ປົກປັກຮັກສາສະພາບແວດລ້ອມການທ່ອງທ່ຽວໃນເຂດມໍລະດົກໂລກ.
ການລົງພື້ນທີ່ ແລະ ການສຶກສາອົບຮົມ
ທ່ານ ພັຕ ຄຳມີ ແກ້ວອິນທະວົງ, ຫົວໜ້າກອງຕຳຫຼວດຈະລາຈອນ ນະຄອນຫຼວງພະບາງ ໄດ້ເຜີຍຕໍ່ສື່ມວນຊົນໃນວັນທີ 11 ມີນາ 2026 ວ່າ: ພາຍຫຼັງໄດ້ຮັບແຈ້ງການ, ເຈົ້າໜ້າທີ່ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງສຶກສາອົບຮົມ ແລະ ແຈ້ງລະບຽບການໃຫ້ແກ່ບັນດາສຳນັກງານ-ອົງການ, ບຸກຄົນ, ນັກທຸລະກິດ, ສະມາຄົມລົດຕູ້, ບໍລິສັດນຳທ່ຽວ ແລະ ອົງການປົກຄອງບ້ານ ເພື່ອໃຫ້ຮັບຊາບ ແລະ ປະຕິບັດຕາມຢ່າງເຂັ້ມງວດ.
ຂໍ້ກຳນົດການນຳໃຊ້ເສັ້ນທາງ ແລະ ຈຸດຈອດລົດ
ຄະນະຮັບຜິດຊອບໄດ້ວາງກົດລະບຽບການສັນຈອນໃນເຂດຈຸດສຸມ ດັ່ງນີ້:
1. ລົດຕູ້ທຸກປະເພດ ແລະ ລົດຂົນສົ່ງສິນຄ້າ
• ການສັນຈອນ: ສາມາດແລ່ນເຂົ້າເສັ້ນທາງແຄມນ້ຳຄານ ແລະ ແຄມນ້ຳຂອງໄດ້.
• ການຮັບ-ສົ່ງ: ອະນຸຍາດໃຫ້ຈອດຮັບ-ສົ່ງແຂກຊົ່ວຄາວຕາມປ້າຍທີ່ກຳນົດ ບໍ່ເກີນ 5 ນາທີ.
• ຂໍ້ຫ້າມ: ຫ້າມຈອດລໍຖ້າ ຫຼື ຈອດຖາວອນເດັດຂາດ. ຫາກຕ້ອງການຈອດດົນ ໃຫ້ໄປຈອດຢູ່ເດີ່ນທາດຫຼວງ ຫຼື ຈຸດທີ່ຄະນະຮັບຜິດຊອບກຳນົດ.
• ລົດຂົນສົ່ງສິນຄ້າ: ຈອດສົ່ງເຄື່ອງໄດ້ຊົ່ວຄາວ ບໍ່ເກີນ 10-15 ນາທີ.
2. ຖະໜົນສີສະຫວ່າງວົງ (ເສັ້ນທາງກາງເມືອງ)
• ຫ້າມເດັດຂາດ: ລົດຕູ້ທຸກປະເພດ, ລົດບໍລິການໂດຍສານ, ລົດຕຸກໆ ແລະ ລົດຈຳໂບ້ ແລ່ນເຂົ້າເສັ້ນທາງແຕ່ 4 ແຍກໂຮງແຊກ ຫາ 3 ແຍກປາກຄານ (ຍົກເວັ້ນລົດທີ່ໄດ້ຮັບອະນຸຍາດ).
• ການຈອດພາຫະນະນ້ອຍ: ຫ້າມລົດຈັກ, ລົດມໍເຕີໄຟຟ້າ ແລະ ລົດຖີບ ຈອດຕາມເສັ້ນທາງ ຫຼື ຂຶ້ນຈອດເທິງທາງຍ່າງ ໃນຖະໜົນສີສະຫວ່າງວົງ (ແຕ່ 3 ແຍກຫໍພິພິທະພັນເບື້ອງເໜືອ ຫາ 4 ແຍກຕາດໝໍ້). ໃຫ້ໄປຈອດຢູ່ເຂດແຄມນ້ຳຄານ-ແຄມນ້ຳຂອງແທນ.
3. ລະບຽບການສຳລັບການໃສ່ບາດ
• ລົດທີ່ມາສົ່ງແຂກໃສ່ບາດ ສາມາດຈອດຊົ່ວຄາວໄດ້ຕາມເສັ້ນທາງແຄມນ້ຳຄານ-ແຄມນ້ຳຂອງ ແລະ ຕ້ອງອອກຈາກພື້ນທີ່ກ່ອນເວລາ 07:00 ໂມງເຊົ້າ.
• ຫ້າມລົດທຸກປະເພດແລ່ນຂຶ້ນເສັ້ນທາງແຕ່ 3 ແຍກທ່າເຮືອເມ ຫາ 4 ແຍກໂຮງແຊກ.
ມາດຕະການປັບໃໝຕໍ່ຜູ້ລະເມີດ
ເພື່ອຮັບປະກັນການບັງຄັບໃຊ້ກົດໝາຍ, ຄະນະຮັບຜິດຊອບໄດ້ກຳນົດອັດຕາປັບໃໝ (ຕໍ່ 1 ຄັນ) ດັ່ງນີ້:
– ປະເພດລົດຖີບ ແລະ ລົດມໍເຕີໄຟຟ້າ ຄັ້ງທີ 1 ປັບໃໝ 100.000 ກີບຕໍ່ 1 ຄັນ; ຄັ້ງທີ 2 ປັບໃໝ 200.000 ກີບຕໍ່1 ຄັນ; ຄັ້ງທີ 3 300.000 ກີບຕໍ່ 1 ຄັນ;
– ລົດຈັກ ຄັ້ງທີ 1 ປັບໃໝ 200.000 ກີບຕໍ່1 ຄັນ; ຄັ້ງທີ 2 ປັບໃໝ 300.000 ກີບຕໍ່ 1 ຄັນ; ຄັ້ງທີ 3 ປັບໃໝ 400.000 ກີບຕໍ່ 1 ຄັນ;
– ລົດຈໍ່າໂບ້-ລົດຕຸກໆ 3 ລໍ້, 4 ລໍ້ ຄັ້ງທີ 1 ປັບໃໝ 300.000 ກີບຕໍ່ 1 ຄັນ; ຄັ້ງທີ 2 ປັບໃໝ 400.000 ກີບຕໍ່ 1 ຄັນ; ຄັ້ງທີ 3 ປັບໃໝ 500.000 ກີບຕໍ່ 1 ຄັນ;
– ລົດຕູ້, ລົດກະບະ, ລົດຈິບ, ລົດເກັງ ຄັ້ງທີ 1 ປັບໃໝ 300.000 ກີບຕໍ່ 1 ຄັນ; ຄັ້ງທີ 2 ປັບໃໝ 500.000 ກີບຕໍ່ 1 ຄັນ; ຄັ້ງທີ 3 ປັບໃໝ 1.000.000 ກີບຕໍ່ 1 ຄັນ.
ມາດຕະການຂັ້ນເດັດຂາດ:
• ລະເມີດເກີນ 3 ຄັ້ງ: ປັບໃໝຄູນ 2 ເທົ່າ ຂອງອັດຕາຄັ້ງທີ 3 ແລະ ກັກໃບຂັບຂີ່ 3-6 ເດືອນ.
• ກໍລະນີຮ້າຍແຮງ: ປັບໃໝ 3 ເທົ່າ, ກັກລົດ 1-3 ເດືອນ ແລະ ດຳເນີນຄະດີຕາມກົດໝາຍ.
ເຈົ້າໜ້າທີ່ຈຶ່ງຂໍແຈ້ງມາຍັງພໍ່ແມ່ປະຊາຊົນ ແລະ ຜູ້ປະກອບການທຸກພາກສ່ວນ ຈົ່ງຮ່ວມໃຈກັນປະຕິບັດຕາມລະບຽບການຢ່າງເຂັ້ມງວດ ເພື່ອສ້າງຄວາມສະຫງົບ ແລະ ຄວາມສວຍງາມໃຫ້ແກ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ.
ທີ່ມາ: ຄວາມສະຫງົບ

