ຍິນດີນຳ ລົດແກ້ວ ອິນທະກຸມມານ ນັກແລ່ນລ້າລາງວັນ ທີມຊາດລາວ ທຳລາຍສະຖິຕິປະເທດລາວ ແລ່ນທົນ 21.1 ກິໂລແມັດຍິງ ຄວ້າລາງວັນຊະນະເລີດເປັນລາຍການທີ 5 ໃນປີ 2026.
ລົດແກ້ວ ອິນທະກຸມມານ ທຳລາຍສະຖິຕິປະເທດລາວ ແລ່ນທົນ 21.1 ກິໂລແມັດຍິງ ຫລື ຮາຟ ມາຣາທອນ (Half Marathon) ລາຍການ ວຽງຈັນ ຮາຟ ມາຣາທອນ ນາໆຊາດ 2026 ໃນວັນແມ່ຍິງ ທີ 8 ມີນາຜ່ານມາ ດ້ວຍເວລາ 1 ຊົ່ວໂມງ 26 ນາທີ 6 ວິນາທີ ທຳລາຍສະຖິຕິເກົ່າຂອງຕົນເອງ ທີ່ເຮັດໄດ້ໃນປີຜ່ານມາ 1 ຊົ່ວໂມງ 26 ນາທີ 29 ວິນາທີ.
ລົດແກ້ວ ປ້ອງກັນແຊ້ມໄດ້ສຳເລັດ ຮັບຂັນແຊ້ມ, ຫລຽນລາງວັນ ແລະ ເງິນລາງວັນ 8 ລ້ານກີບ ພ້ອມເງິນໂບນັສ ອີກ 4 ລ້ານກີບ ທີ່ສາມາດທຳລາຍສະຖິຕິປະເທດລາວໄດ້.
ກ່ອນໜ້ານີ້ ໜຶ່ງອາທິດ ເມື່ອວັນທີ 1 ມີນາ 2026 ລົດແກ້ວ ກໍຊະນະເລີດ ແລ່ນ ຮາຟ ມາຣາທອນ ລາຍການ ວັງວຽງ ຮາຟ ມາຣາທອນ 2026, ລາຍການ Synesis Vientiane Half Marathon ຊິນເນສິສ ວຽງຈັນ ແລ່ນ ເພື່ອສຸຂະພາບ ວັນທີ 28 ກຸມພາ 2026 ແລະ ງານແລ່ນ ມິນິ ມາຣາທອນ Run Together Save the Power ວັນທີ 14 ກຸມພາ 2026 ໄລຍະທາງ 10 ກິໂລແມັດ.
ແລະ ໃນທ້າຍປີຜ່ານມາ ຕໍ່ມາຫາຕົ້ນປີນີ້ ລົດແກ້ວ ກໍຄວ້າແຊ້ມ ແລ່ນມິນິມາຣາທອນ ເພື່ອສະເຫລີມສະຫລອງ ການດຳເນີນກິດຈະການທາງດ່ວນ ລາວ-ຈີນ ນະຄອນຫລວງວຽງຈັນ ຫາ ວັງວຽງ ຄົບຮອບ 5 ປີ ເຊົ້າວັນທີ 20 ທັນວາ 2025, ປ້ອງກັນແຊ້ມ ແລ່ນນາໆຊາດ ບູຣີຣຳ ມາຣາທອນ ທີ່ຈັງຫວັດບູຣີຣຳ ປະເທດໄທ ແລະ ຂ່ອນແກ່ນ ມາຣາທອນ ນາໆຊາດ (Khon Kaen International Marathon 2026) ໃນວັນທີ 11 ມັງກອນຜ່ານມາ ທີ່ຂອນແກ່ນ ປະເທດໄທ ໂດຍ ລົດແກ້ວ ລົງແລ່ນ 21.1 ກິໂລແມັດ.
ລາຍການຕໍ່ໄປ ລົດແກ້ວ ຈະລົງແຂ່ງຂັນລາຍການ ແລ່ນເພື່ອສຸຂະພາບ, ມິດຕະພາບ ແລະ ການກຸສົນ 2026 ໂຮງແຮມແດນສະຫວັນ ນໍ້າງື່ມ ຣີສອດ ໄລຍະທາງ 7 ກິໂລແມັດ.
ທີ່ມາ: ຂ່າວກິລາ ໂທລະພາບແຫ່ງຊາດລາວ
ພາບ: ລົດແກ້ວ ອິນທະກຸມມານ

