ລັດຖະມົນຕີ ຍທຂ ພົບປະເລຂາຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ

ໃນຕອນເຊົ້າຂອງວັນທີ 10 ມີນາ 2026 ນີ້​ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ​ ໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານ ຍທຂ ຢູ່ແຂວງ ສະຫວັນນະເຂດ ເພື່ອເຂົ້າພົບປະປຶກສາຫາລືວຽກງານ ການພັດທະນາພື້ນຖານໂຄງລ່າງ ໂດຍການຕ້ອນຮັບຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ ພ້ອມຄະນະ.

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວຈຸດປະສົງການມາເຮັດວຽກຄັ້ງນີ້ ພ້ອມທັງແຈ້ງສະພາບການຫັນປ່ຽນໃໝ່ຢ່າງແຂງແຮງຂອງຂະແໜງ ຍທຂ ໃນຂອບເຂດທົ່ວປະເທດ ເພື່ອເປັນການສ້າງຄວາມເຂັ້ມແຂງ ຮັບມືກັບສະພາບຄວາມຫຍຸງຍາກທາງດ້ານເສດຖະກິດ ໃນເວລາດຽວກັນກໍເພື່ອຫັນຊັບສິນໃຫ້ກາຍເປັນແຫຼ່ງທຶນ ເພື່ອນໍາກັບຄືນ ບູລະນະ ແລະ ສ້ອມແປງເສັ້ນທາງ ທີ່ເປ່ເພ ໃຫ້ນຳໃຊ້ເປັນປົກກະຕິທຽວໄດ້ຕະຫຼອດເວລາ. ພ້ອມນັ້ນ ຍັງໄດ້ແລກປ່ຽນນຳ ເລຂາພັກແຂວງ ກ່ຽວກັບ ການປັບປຸງ ແລະ ຍົກລະດັບດ່ານສາກົນ ໃຫ້ມີຄວາມທັນສະໄໝ ສວຍງາມ ໂດຍປຶກສາຫາລືໃນການຂຶ້ນແຜນເພື່ອກໍ່ສ້າງ ແລະ ປັບປຸງດ່ານສາກົນຄືນໃໝ່ .

ທ່ານ ບຸນໂຈມ ອຸບົນປະເສິດ ເລຂາຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ ໄດ້ກ່າວຕ້ອນຮັບ ແລະ ມີຄວາມເປັນເອກະພາບ ໂດຍສະເພາະແມ່ນບັນຫາການປັບປຸງ ແລະ ຍົກລະດັບພຶ້ນຖານໂຄງລ່າງ ໃຫ້ມີຄວາມສະດວກປອດໄພ ເຊິ່ງເຫັນວ່າ ການຍົກລະດັບເສັ້ໜທາງແມ່ນຄວາມຈໍາເປັນທີ່ສຸດໃນການພັດທະນາ. ພ້ອມທັງຍັງໄດ້ຫາລືຫຼາຍວຽກງານໂດຍສະເພາະແມ່ນໃຫ້ພາກເອກະຊົນລາວເຂົ້າມາມີສ່ວນຮ່ວມໃນການພັດທະນາເສັ້ນທາງ.​ ສໍາລັບ ການມາເຮັດວຽກຂອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງໃນຄັ້ງນີ້ກໍໄດ້ລົງຕິດຕາມ ເສັ້ນທາງເລກ 9 ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ 9 ໃນຮູບແບບສັນຍາປະສົມປະສານ output and Performance Based Road Contract ຫຼື OPBRC ແລະ Public Road Toll Collection ຫຼື PRTCD ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາ ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງການລົງຕິດຕາມຄັ້ງນີ້ໄດ້ ທ່ານ ລັດຖະມົນຕີ ພ້ອມຄະນະນໍາຂອງກະຊວງ ຍທຂ, ພະແນກ ຍທຂ ແຂວງສະຫວັນນະເຂດ, ລັດວິສາຫະກິດ ກໍ່ສ້າງທາງເລກ 8 ໄດ້ລົງຕິດຕາມ ເບິ່ງສະພາບຕົວຈິງ ຂອງເສັ້ນທາງຫຼວງແຫ່ງຊາດເລກ 9, ຕິດຕາມເບິ່ງຈຸດທີ່ເປ້ເພ ເສຍຫາຍຈາກ ການນໍາໃຊ້ງານທີ່ຍາວນານ, ການສັນຈອນຂອງລົດບັນທຸກທີ່ເພີ່ມຂຶ້ນ, ພ້ອມນັ້ນໄດ້ລົງຕິດຕາມເບິ່ງການປັບປຸງ ສ້ອມແປງໂດຍນໍາໃຊ້ກົນຈັກທີ່ທັນສະໄໝ, ການກໍ່ສ້າງຈຸດບໍລິການເກັບເງິນຄ່າຜ່ານທາງ ເພື່ອເປັນແຫຼ່ງທຶນໃນການ ປັບປຸງສ້ອມແປງທາງ ຫຼວງແຫ່ງຊາດເລກ 9 ຕາມທິດນະໂຍບາຍຫັນປ່ຽນໃຫຍ່ ຂອງລັດຖະບານ ກໍ່ຄືກະຊວງ ຍທຂ.

ທີ່ມາ: ລາຍການຂັບຂີ່ປອດໄພ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles