ເມື່ອປະມານ 3 ປີກ່ອນ ຖ້າໃຜຍັງຈື່ໄດ້ ເຄີຍມີຂ່າວທີ່ສ້າງຄວາມຮືຮາໄປທົ່ວໂລກ ເມື່ອບໍລິສັດ Science ຈາກປະເທດຍີ່ປຸ່ນ ໄດ້ປະກາດເປີດໂຕນະວັດຕະກຳໃນຝັນຂອງຄົນທີ່ຂີ້ຄ້ານອາບນ້ຳ ນັ້ນກໍຄື “ເຄື່ອງອາບນ້ຳຄົນ (Human Washing Machine)”
ຫຼັງຈາກໃຊ້ເວລາພັດທະນາມາຫຼາຍປີ ລ່າສຸດໃນງານ Osaka World Expo 2025 ທີ່ນະຄອນໂອຊາກາ ໃນປີທີ່ຜ່ານມາ ບໍລິສັດ Science ໄດ້ນຳເຄື່ອງອາບນ້ຳຄົນແບບແຄບຊູນມາຈັດສະແດງ ແລະ ໃນຕອນນີ້ສາມາດຍ່າງເຂົ້າໄປໃນຮ້ານຂາຍເຄື່ອງໃຊ້ໄຟຟ້າໃນຍີ່ປຸ່ນ ແລ້ວຊື້ເຄື່ອງອາບນ້ຳຄົນໄດ້ແລ້ວ ເຄື່ອງນີ້ມີຊື່ທາງການວ່າ “Mirai Ningen Sentakki” (ミライ人間洗濯機) ເຊິ່ງແປວ່າ “ເຄື່ອງອາບນ້ຳຄົນແຫ່ງອະນາຄົດ”
ວິທີໃຊ້ງານກໍງ່າຍຫຼາຍ ພຽງແຕ່ເຂົ້າໄປນັ່ງໃນແຄບຊູນ ແລ້ວປິດຝາ ແລ້ວນັ່ງພັກຜ່ອນໃນຂະນະທີ່ເຄື່ອງຈະເຕີມນ້ຳ ແລະ ເຮັດການຟອກສະບູ ລ້າງ ແລະ ອົບໃຫ້ແຫ້ງໂດຍອັດຕະໂນມັດ ດ້ວຍກະແສນ້ຳ ແລະ ລົມ ນອກຈາກນັ້ນ ຍັງມີລະບົບ ຮູບພາບ ແລະ ດົນຕີທີ່ຜ່ອນຄາຍ ໃຫ້ເບິ່ງ ແລະ ຟັງ ໃນຂະນະທີ່ກຳລັງຖືກ “ອາບນ້ຳ” ເພື່ອໃຫ້ຂະບວນການທັງໝົດຮູ້ສຶກຜ່ອນຄາຍຫຼາຍຂຶ້ນ
ເຄື່ອງອາບນ້ຳຄົນນີ້ຖືກນຳໄປໃຊ້ໃນໂຮງແຮມບາງແຫ່ງກ່ອນ ໂດຍເຄື່ອງທຳອິດເລີ່ມໃຫ້ບໍລິການໃນເດືອນ ທັນວາ 2025 ນັບຕັ້ງແຕ່ວັນທີ 26 ກຸມພາ ຮ້ານຂາຍເຄື່ອງໃຊ້ໄຟຟ້າ Yamada Denki ໄດ້ເປີດຮັບຄຳສັ່ງຊື້ເຄື່ອງອາບນ້ຳຄົນ ສຳລັບໃຊ້ໃນຄົວເຮືອນແລ້ວ ໂດຍລາຄາຂອງເຄື່ອງນີ້ຢູ່ທີ່ 60 ລ້ານເຢນ (ປະມານ 8,160,000,000 ກີບ) ເຊິ່ງລວມຄ່າຕິດຕັ້ງ ແລະ ຄ່າບຳລຸງຮັກສາໃນປີທຳອິດແລ້ວ
ແນ່ນອນວ່າ ລາຄາ 60 ລ້ານເຢນ ຖືວ່າສູງພໍສົມຄວນ ສຳລັບສິ່ງທີ່ຫຼາຍຄົນຍັງບໍ່ແນ່ໃຈວ່າຈະມັກມັນພຽງໃດ
ດັ່ງນັ້ນ Yamada Denki ຈຶ່ງຈັດກິດຈະກຳໃຫ້ລອງໃຊ້ເຄື່ອງອາບນ້ຳຄົນຟຣີ ທີ່ສາຂາໃຫຍ່ Yamada Denki LABI Ikebukuro ໃນເຂດ Ikebukuro ໃຈກາງນະຄອນໂຕກຽວ ໃນເດືອນ ມີນາ
ການທົດລອງໃຊ້ງານຈະຈັດຂຶ້ນໃນວັນທີ 16, 18, 23, 27 ແລະ 30 ມີນາ ແຕ່ເນື່ອງຈາກຄາດວ່າຈະມີຜູ້ສົນໃຈຈຳນວນຫຼາຍ ຜູ້ທີ່ຈະໄດ້ລອງໃຊ້ຈະຖືກຄັດເລືອກແບບສຸ່ມຜ່ານລະບົບຈັບສະຫຼາກ ແລະ ສາມາດລົງທະບຽນອອນລາຍໄດ້ຮອດວັນທີ 9 ມີນາ
ເຖິງແມ່ນວ່າ ການສາທິດຈະຈັດຂຶ້ນພຽງແຕ່ສາຂາ Ikebukuro ເທົ່ານັ້ນ ແຕ່ຜູ້ສົນໃຈສາມາດສັ່ງຊື້ເຄື່ອງອາບນ້ຳໄດ້ທີ່ຮ້ານ Yamada Denki ທຸກສາຂາໃນປະເທດຍີ່ປຸ່ນ
ທີ່ມາຈາກ: Yamada Denki

