ເມື່ອວັນທີ 26 ກຸມພາ 2026 ທີ່ຜ່ານມາ, ທີ່ຫ້ອງຮັບແຂກ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພີລະເມດ ວຸດທິທອນເນທິຣັກ ປະທານສຳນັກງານຄວາມຮ່ວມມື ພັດທະນາເສດຖະກິດກັບປະເທດເພື່ອນບ້ານ ແຫ່ງຣາຊະອາຈັກໄທ (NEDA).
ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການເຂົ້າຢ້ຽມຂໍ່ານັບຂອງທ່ານ ພີລະເມດ ວຸດທິທອນເນທິຣັກ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຫຼາຍດ້ານໃນໄລຍະຜ່ານມາ. ໂດຍສະເພາະ ການຮ່ວມມື ແລະ ການໃຫ້ທຶນຊ່ວຍເຫຼືອ ໃນຫຼາຍໆໂຄງການທີ່ຜ່ານມາ.
ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນ ໃນຂົງເຂດວຽກງານບູລະມະສິດຕ່າງໆ ເຊັ່ນ: ໂຄງການກໍ່ສ້າງໂຮງງານຜະລິດນ້ຳປະປາ, ໂຄງການສ້ອມແປງທາງຫຼວງເລກທີ 12 ທີ່ແຂວງຄຳມ່ວນ ແລະ ໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 6 ທິ່ຈະເກີດຂຶ້ນໃນຕໍ່ໜ້ານີ້.
ກ່ອນໜ້ານີ້ ສຳນັກຂ່າວໄທຣັດ ໄດ້ລາຍງານວ່າ: ກົມທາງຫຼວງ ແຫ່ງປະເທດໄທ ໄດ້ເປີດເຜີຍຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນຣາຊະທານີ ວ່າ: ປະຈຸບັນແມ່ນກຽມປັບຮູບແບບໃໝ່ ຂະຫຍາຍຖະໜົນຈາກ 2 ເລນ ເປັນ 4 ເລນ ເພື່ອຮອງຮັບການຂົນສົ່ງ ແລະ ການທ່ອງທ່ຽວໃນອະນາຄົດ, ຄາດວ່າຈະເລີ່ມລົງມືກໍ່ສ້າງໃນປີ 2029 ນີ້ ໂດຍຈະໃຊ້ເວລາກໍ່ສ້າງປະມານ 3 ປີ ແລະ ຄາດວ່າຈະເປີດໃຫ້ບໍລິການໄດ້ໃນປີ 2031.
ສະຖານທີ່ຂອງຂົວ: ເຊື່ອມຕໍ່ລະຫວ່າງ ເມືອງລະຄອນເພັງ ແຂວງສາລະວັນ ສປປ ລາວ ແລະ ອຳເພີນາຕານ ຈັງຫວັດອຸບົນຣາຊະທານີ ຂອງຣາຊະອານາຈັກໄທ.
ຄວາມຍາວຂອງຂົວ: ທັງໝົດ 1,607 ແມັດ.
ເສັ້ນທາງ: ຝັ່ງໄທ: ຍາວ 4.3 ກິໂລແມັດ (4 ຊ່ອງຈາລະຈອນ).
ຝັ່ງລາວ: ຍາວ 17.5 ກິໂລແມັດ (4 ຊ່ອງຈາລະຈອນ).
ຜົນປະໂຫຍດທີ່ຈະໄດ້ຮັບ: ຂົວແຫ່ງນີ້ຈະກາຍເປັນເສັ້ນທາງຍຸດທະສາດທີ່ສຳຄັນ:
ຍົກລະດັບການຂົນສົ່ງ: ເຮັດໃຫ້ການເດີນທາງສະດວກ, ວ່ອງໄວ ແລະ ປອດໄພຂຶ້ນ.
ຊຸກຍູ້ເສດຖະກິດ: ສົ່ງເສີມການຄ້າຊາຍແດນ ແລະ ການສົ່ງອອກສິນຄ້າລະຫວ່າງ ລາວ-ໄທ .
ເຊື່ອມໂຍງພາກພື້ນ: ເປັນທາງຜ່ານສຳຄັນໃນການຂົນສົ່ງສິນຄ້າໄປຫາ ທ່າເຮືອດານັງ ຫວຽດນາມ ແລະ ເຊື່ອມຕໍ່ໄປເຖິງ ປະເທດຈີນ, ເຊິ່ງຈະຊ່ວຍຫຼຸດຕົ້ນທຶນໃນການຂົນສົ່ງໃນໄລຍະຍາວ.
ທີ່ມາ: ກະຊວງ ຍທຂ, Thairat
Lao Youth Radio FM 90.0 MHz

