ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນ ທົ່ວປວງຊົນຊາບວ່າ:ມະຫາ ວິທະຍາໄລຈົງຊານ ທີ່ນະຄອນກວາງໂຈ ສປ.ຈີນ ໃຫ້ທຶນການສຶກສາແກ່ນັກສຶກສາລາວ ໃນລະດັບປະລິນຍາຕີ, ປະລິນຍາ ໂທ ແລະ ປະລິນຍາເອກ ພາຍໃຕ້ໂຄງການຂໍ້ລິເລີ້ມ “ຫນື່ງແລວ, ຫນື່ງເສັ້ນທາງ” ປະຈໍາປີ 2026, ລາຍລະອຽດດັ່ງລຸ່ມນີ້:
I. ເງື່ອນໄຂຜູ້ສະຫມັກ ແລະ ເອກະສານການສະຫມັກ
ເປັນພົນລະເມືອງລາວ/ຖືສັນຊາດລາວ, ມີສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ;
ຜູ້ສະຫມັກລະດັບປະລິນຍາຕີອາຍຸບໍ່ເກີນ 25 ປີ, ປະລິນຍາໂທບໍ່ເກີນ 35 ປີ ແລະ ປະລິນຍາເອກບໍ່ເກີນ 40 ປີ; ມີໃບຢັ້ງຢືນລະດັບພາສາຈີນ (HSK ລະດັບ 4 ຫຼື 5, ຄະແນນລວມ 180 ຄະແນນຂື້ນໄປ);
ມີໃບຢັ້ງຢືນຜົນການສອບເສັງ CSCA ສໍາລັບຜູ້ສະຫມັກຮຽນລະດັບປະລິນຍາຕີ (ຕ້ອງມີຄະແນນເສັງ 2 ວິຊາ ບັງຄັບຄື: ພາສາຈີນ ແລະ ຄະນິດສາດ);
ສໍາເນົາໃບປະກາສະນິຍະບັດ ແລະ ໃບຄະແນນ ລະດັບສູງສຸດຂອງການສະຫມັກ;
ແຜນການຮຽນ;
ໃບກວດສຸຂະພາບຕາມແບບຟອມທີ່ກໍານົດ;
ໃບແຈ້ງໂທດສະບັບເປັນພາສາອັງກິດ;
ໃບແຈ້ງເກີດສະບັບເປັນພາສາອັງກິດ;
ໃບຢັ້ງຢືນສະຖານະທາງການເງິນ (Bank Statement)
ຫນັງສືແນະນໍາຈາກຫົວຫນ້າ ຫຼື ອາຈານ ຈໍານວນ 02 ສະບັບ (Two Recommendation Letters)
II. ນະໂຍບາຍທີ່ຈະໄດ້ຮັບ
ຝ່າຍໃຫ້ທຶນຮັບຜິດຊອບຄ່າຮຽນ ແລະ ເງິນເບ້ຍລ້ຽງ ລະດັບປະລິນຍາຕີ 30,000 ຢວນ/ຄົນ/ປີ, ປະລິນຍາໂທ 36,000 ຢວນ/ຄົນ/ປີ, ປະລິນຍາເອກ 42,000 ຢວນ/ຄົນ/ປີ, ນອກນັ້ນຄ່າໃຊ້ຈ່າຍອື່ນໆແມ່ນນັກຮຽນຈະຕ້ອງ ຮັບຜິດຊອບເອງເຊັ່ນ: ຄ່າຫໍພັກ, ປະກັນໄພ, ອຸປະກອນການສຶກສາ ແລະ ອື່ນໆ.
III. ວິທີສະຫມັກ
ໂດຍໃຫ້ເລືອກເອົາທຶນປະເພດ (Sun Yat-sen University Scholarship for International Student), ຊຶ່ງຜູ້ສະ ຫມັກຈະໄດ້ເສຍຄ່າສະຫມັກຜູ້ລະ 400 ຢວນ.
ພາຍຫຼັງລົງທະບຽນສໍາເລັດແລ້ວໃຫ້ພິມແບບຟອມສະຫມັກ ຈໍານວນ 02 ສະບັບ ສົ່ງມາຍັງກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ ຫ້ອງ 107-108. ມື້ປິດຮັບສະຫມັກແມ່ນ ວັນຈັນ ວັນທີ 20 ເມສາ 2026.
ຜູ້ທີ່ສົນໃຈສະຫມັກ ໃຫ້ລົງທະບຽນ ແລະ ສະຫມັກອອນລາຍຜ່ານເວັບໄຊ້ www.apply.sysu.edu.cn

