ແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ 23 ເພື່ອເພິ່ມທັກສະ ແລະ ສ້າງສາຍພົວພັນແໜ້ນແຟ້ນ ລາວ-ຍີ່ປຸ່ນ

ການແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 7 ມີນາ 2026 ທີ່ຜ່ານມາ ຢູ່ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ, ນະຄອນຫຼວງວຽງຈັນ. ເວທີນີ້ບໍ່ພຽງແຕ່ເປັນການວັດລະດັບພາສາ, ແຕ່ຍັງເປັນການສ້າງ “ຂົວຕໍ່” ທີ່ສຳຄັນລະຫວ່າງຊາວໜຸ່ມລາວ ແລະ ປະເທດຍີ່ປຸ່ນໃນອະນາຄົດ.

ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມຄຶກຄື້ນ ໂດຍມີຄູ-ອາຈານ, ໝູ່ເພື່ອນ ແລະ ຄອບຄົວ ເຂົ້າຮ່ວມເຊຍຢ່າງຫຼວງຫຼາຍ.

ໃຫ້ກຽດເຂົ້າຮ່ວມໂດຍ: ພະນະທ່ານ ຮສ. ປອ. ພຸດ ສິມມາລາວົງ, ອະດີດ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ,​ ພະນະທ່ານ ຊຶໂຕມຸ ໂຄອິຊຶມິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ.

ຈາກຜູ້ສະໝັກທັງໝົດ 180 ຄົນ, ໄດ້ມີການຄັດເລືອກຈົນເຫຼືອຜູ້ທີ່ມີຄວາມສາມາດໂດດເດັ່ນ ເຂົ້າຮ່ວມຊີງໄຊໃນ 3 ປະເພດ. ເຊິ່ງຜົນການແຂ່ງຂັນມີດັ່ງນີ້:

ປະເພດບົດເວົ້າ 3 ນາທີ:

ອັນດັບ 1: ທ້າວ ສົມຄິດ ພົມມະດີ (ຫົວຂໍ້: ສະຖານທີ່ແຫ່ງຄວາມຊົງຈຳ).​

ອັນດັບ 2: ທ້າວ ຄຳປະດິດ ທຳມະວົງ (ຫົວຂໍ້: ພຽງຄຳໃຫ້ກຳລັງໃຈ).​

ອັນດັບ 3: ນາງ ກັນລະຍາ ໃບຫຼວງລາດ (ຫົວຂໍ້: ສາຍສຳພັນເອື້ອຍນ້ອງ).

ປະເພດບົດເວົ້າ 1 ນາທີ:

ອັນດັບ 1: ນາງ​ ຈິດຕະພອນ ອູ່ນະຄອນ (ຫົວຂໍ້: ຄວາມຝັນຂອງຂ້ອຍ).

ອັນດັບ 2: ນາງ ສຸດທິດາ ສຸລິຍະວົງ (ຫົວຂໍ້: ເສັ້ນທາງອາຊີບຂອງຂ້ອຍ).

ອັນດັບ 3: ນາງ​ ຈັນສຸດາ ສຸວັນນາ (ຫົວຂໍ້: ຄວາມຝັນອັນຍິ່ງໃຫຍ່ຂອງຂ້ອຍ).

ພະນະທ່ານ ຊຶໂຕມຸ ໂຄອິຊຶມິ​ ກ່າວວ່າ​: “ຂ້າພະເຈົ້າຫວັງວ່າທຸກທ່ານຈະສືບຕໍ່ມີສ່ວນຮ່ວມຕໍ່ການແລກປ່ຽນພົວພັນຂອງປະເທດຍີ່ປຸ່ນ ແລະ ປະເທດລາວ ຢ່າງຍາວນານໃນອະນາຄົດ…”

ການແຂ່ງຂັນທີ່ຈັດມາຢ່າງຕໍ່ເນື່ອງຕັ້ງແຕ່ປີ 2004 ນີ້ ຖືເປັນເວທີສຳຄັນໃນການສ້າງຊັບພະຍາກອນມະນຸດ ທີ່ມີທັກສະການສື່ສານທີ່ດີ. ຫຼາຍທ່ານທີ່ເຄີຍຜ່ານເວທີນີ້ ໄດ້ກາຍເປັນບຸກຄະລາກອນສຳຄັນ ທີ່ເຮັດວຽກໃນບໍລິສັດຍີ່ປຸ່ນ ຫຼື ໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນອີກດ້ວຍ.

ຂໍສະແດງຄວາມຍິນດີກັບທຸກທ່ານທີ່ໄດ້ຮັບລາງວັນ ແລະ ຂໍເປັນກຳລັງໃຈໃຫ້ຜູ້ຮຽນພາສາຍີ່ປຸ່ນທຸກຄົນສູ້ຕໍ່ໄປ!

ທີ່ມາ: ສະຖານທູດຍີ່ປຸ່ນ​ ປະຈຳລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles