Home Education ຄຳວ່າ: “ເລີດ” ມີຄວາມໝາຍວ່າແນ່ວໃດ?

ຄຳວ່າ: “ເລີດ” ມີຄວາມໝາຍວ່າແນ່ວໃດ?

0
168

ອີງຕາມວັດຈະນານຸກົມພາສາລາວ ສະບັບປັບປຸງປີ 2022 ຄົ້ນຄວ້າ ແລະ ຮຽບຮຽງໂດຍ: ປອ. ທອງຄຳ ອ່ອນມະນີສອນ ໄດ້ໃຫ້ນິຍາມຂອງຄໍາວ່າ: “ເລີດ” ມີຄວາມໝາຍວ່າ: ປະເສີດ, ດີ, ດີຍິ່ງ ຫຼື ດີຫຼາຍ.

ອີງຕາມວັດຈະນານຸກົມພາສາລາວ ຄົ້ນຄວ້າ ແລະ ຮຽບຮຽງໂດຍ: ຄະນາຈານ ສູນຄົ້ນຄວ້າພາສາ-ວັດທະນະທຳລາວ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ສະບັບປີ 2025 ໄດ້ໃຫ້ນິຍາມຂອງຄໍາວ່າ: “ເລີດ” ມີຄວາມໝາຍວ່າ: ເປັນຈອມ, ເປັນຍອດ, ຢ້ຽມ, ປະເສີດ, ດີ, ດີຍິ່ງ.

ນອກຈາກນີ້, ຄໍາວ່າ: “ເລີດ” ຍັງສາມາດປະສົມກັບຄໍາອື່ນ ແລະ ເຮັດໃຫ້ມັນມີຄວາມໝາຍທີ່ໜັກແໜ້ນຂຶ້ນເຊັ່ນ:

1. ເລີດລໍ້າ: ແປວ່າ “ຍອດຍິ່ງ”.

2. ເລີດເລີ: ມີຄວາມໝາຍຄືກັນກັບ“ເລີດລໍ້າ”.

3. ເລີດລອຍ: ແປວ່າ “ໂດດເດັ່ນ”.

4. ອີ່ເລີດ: ຊື່ຜັກຊະນິດໜຶ່ງໃບຄ້າຍຄືໃບພູ ມີກິ່ນຫອມຂີວ ແລະ ເຜັດ ໃຊ້ໃບອ່ອນກິນກັບລາບ ກ້ອຍ ພັນຊີ້ນ ແລະ ໃສ່ຕົ້ມ ໃສ່ແກງກໍໄດ້, ສ່ວນເຄືອ ແລະ ຮາກ ໃຊ້ເປັນຢາດີເຈັບແຂ້ວ ແລະ ອຳມະພາດໄດ້.

ຍົກຕົວຢ່າງບົດກອນລາວທີ່ໃຊ້ຄໍາວ່າ: “ເລີດ” ໃນການຍົກຍ້ອງບຸນຄຸນແມ່ຕອນໜຶ່ງໄດ້ກ່າວວ່າ:

“ພະຄຸນແມ່ນີ້ ເລີດລ້ຳກວ່າສິ່ງໃດ

ປຽບດັ່ງສາຍທາລາ ໄຫຼລໍ່ລ້ຽງຊີວິດລູກ

ແມ່ເປັນທັງຜູ້ສ້າງ ເປັນທັງຜູ້ຖະໜອມຮັກ

ນ້ຳໃຈແມ່ເລີດປະເສີດແທ້ ຫາສິ່ງໃດປຽບປານບໍ່ມີ”

ແລ້ວທ່ານເດ ໃຊ້ຄຳວ່າ: “ເລີດ” ກັບສິ່ງໃດແດ່ ? ລອງສະແດງຄວາມຄິດເຫັນຢ່າງສ້າງສັນໄດ້ເດີ