ເພື່ອເປັນການສົ່ງເສີມວັດທະນະທຳການອ່ານ ແລະ ຍົກລະດັບວົງການໜັງສືລາວສູ່ເວທີສາກົນ ສຳນັກພິມດີບຸກຮ່ວມກັບມະຫາວິທະຍາໄລແຫ່ງຊາດ ແລະ ກົມວັນນະຄະດີ ແລະ ພິມຈຳໜ່າຍ ໄດ້ຈັດພິທີເປີດງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 ພາຍໃຕ້ຄຳຂວັນ ໜັງສືເຊື່ອມໂຍງວັດທະນະທຳ.
ເຊິ່ງງານດັ່ງກ່າວ ໄດ້ຈັດຂຶ້ນວັນທີ 10 ມີນາ 2026 ນີ້ ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ (ມຊ) ນະຄອນຫຼວງວຽງຈັນ.
ປີນີ້ຖືເປັນວາລະພິເສດ ເພື່ອຮ່ວມສະເຫຼີມສະຫຼອງວັນສຳຄັນຕ່າງໆ ເຊັ່ນ: ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ວັນແມ່ຍິງສາກົນ ແລະ ວັນກະວີໂລກ ພາຍໃນງານຈະໄດ້ພົບກັບການອອກບູດວາງສະແດງຫຼາຍເຖິງ 75 ບູດ ເຊິ່ງໄດ້ຮັບກຽດຈາກສະຖານທູດຫຼາຍປະເທດ ເຊັ່ນ: ຫວຽດນາມ, ການາດາ, ອິນເດຍ ແລະ ກຳປູເຈຍ ເຂົ້າຮ່ວມແລກປ່ຽນວັດທະນະທຳ ນອກຈາກການຈຳໜ່າຍໜັງສືແລ້ວ ຍັງມີກິດຈະກຳຫຼາກຫຼາຍກວ່າ 130 ລາຍການເຊັ່ນ: ການເປີດໂຕປຶ້ມໃໝ່ 18 ເຫຼັ້ມ ການເສວະນາ ແລະ ບັນຍາຍພິເສດ 8 ລາຍການ ຈາກນັກທຸລະກິດ ນັກຂຽນລາງວັນຊີໄຣ ແລະ ວິທະຍາກອນຊົງຄຸນວຸດທິກວ່າ 40 ທ່ານ ພິເສດການເປີດໂຄງການ ເສີມສ້າງຄວາມພ້ອມດ້ານການລົງທຶນສຳລັບຜູ້ປະກອບການຍິງໃນລາວ ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ກິດຈະກຳເດີນແບບປຶ້ມ ແລະ ການສະແດງສິລະປະວັດທະນະທຳຈາກນ້ອງໆນັກຮຽນ-ນັກສຶກສາ.
ດັ່ງນັ້ນ, ຄະນະຈັດງານຈຶ່ງຂໍເຊີນຊວນນັກຮຽນ ນັກສຶກສາ ພໍ່ແມ່ຜູ້ປົກຄອງ ແລະ ມວນຊົນທົ່ວໄປເຂົ້າຮ່ວມທ່ຽວຊົມ ຊື້ໜັງສື ແລະ ຮ່ວມກິດຈະກຳຕ່າງໆໄດ້ ໂດຍບໍ່ມີຄ່າເຂົ້າຊົມ ມາຮ່ວມກັນສ້າງສັງຄົມແຫ່ງການຮຽນຮູ້ ເພື່ອພັດທະນາປະເທດຊາດໄປພ້ອມກັນ ເຊິ່ງງານຈັດຂຶ້ນໃນວັນທີ 10-15 ມີນາ 2026 ນີ້.
ທີ່ມາ: ວຽງຈັນໃໝ່

