ເມືອງສາລະວັນ ຈັດພິທີປະກາດສ້າງຕັ້ງ ຕາແສງ “ບຶງໄຊ” ຢ່າງເປັນທາງການ, ເປັນຕາແສງທຳອິດຂອງເມືອງສາລະວັນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 5 ມີນານີ້ ຢູ່ທີ່ບ້ານບຶງໄຊ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງສາລະວັນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ ໄດ້ລາຍງານການກຽມຄວາມພ້ອມຮອບດ້ານວ່າ: ຕາແສງ ບຶງໄຊ ມີເນື້ອທີ່ທັງໝົດ 43,827.6 ເຮັກຕາ, ກວມເອົາ 24 ບ້ານ ຄື: ບ້ານບຶງໄຊ, ນາໄຊຊ່ວຍ, ຫ້ວຍຫຼາດ, ບຶງຂາມ, ໜອງບົວນ້ອຍ, ພະນວນ, ຈານໃຕ້, ທົ່ງນາຄໍາ, ນາດອນບົງ, ໜອງໃສ, ນາຫີນໂລງ, ນາໂພເລີນ, ໂຄກສະຫວາດ, ໝອງໝໍ້, ວັງງົວ, ຜັກແພວທົ່ງ, ຈານວົງ, ຕົ້ງໃຫຍ່, ຜັກແພວເສັດ, ແກ້ງຂຸມ, ແກ້ງເປາະ, ຕົ້ງສິລິໄລ, ໜອງບູ່ຫີນ ແລະ ບ້ານຈານເໜືອ, ມີພົນລະເມືອງທັງໝົດ 23,565 ຄົນ, ມີ 26,061 ຄອບຄົວ, ມີ 3,730 ຫຼັງຄາເຮືອນ, ປະຊາຊົນສ່ວນໃຫຍ່ ເຮັດການຜະລິດກະສິກຳ ເປັນອາຊີບຫຼັກ ກວມເອົາ 80%, ອາຊີບຄ້າຂາຍ 19% ແລະ ອາຊີບອື່ນໆຈຳນວນໜຶ່ງ. ການສ້າງຕັ້ງຕາແສງ ບຶງໄຊ ໄດ້ມີການກໍານົດກົງຈັກການຈັດຕັ້ງຢ່າງລະອຽດ ເພື່ອຮັບປະກັນການເຄື່ອນໄຫວວຽກງານ, ແນໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບປະສິດທິພາບການຄຸ້ມຄອງບໍລິຫານລັດໃຫ້ມີຄວາມເຂັ້ມແຂງ. ປະກອບມີ 27 ໜ່ວຍພັກຮາກຖານຂຶ້ນກັບ.
ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງ ສະບັບເລກທີ 229/ຄປຂ, ວ່າດ້ວຍການສ້າງຕັ້ງຕາແສງ ບຶງໄຊ ແລະ ຂໍ້ຕົກລົງ ສະບັບເລກທີ 32,33 ແລະ 37 ວ່າດ້ວຍການແຕ່ງຕັ້ງ ທ່ານ ດາວອນ ເຄນຍານີ ກຳມະການພັກເມືອງ ເປັນປະທານ, ທ່ານ ພວງແກ້ວ ປະທຸມລິດ ແລະ ທ່ານ ຮທ ບົງຂຽນ ເສົາກົມກິ່ງແກ້ວ ເປັນຮອງປະທານ ຄະນະກໍາມະການປົກຄອງຕາແສງ ບຶງໄຊ.
ທີ່ມາ: ປະຊາຊົນ

