ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ທົ່ວປວງຊົນຊາບວ່າ: ທຶນ ການສຶກສາຂອງລັດຖະບານ ນິວຊີແລນ (Manaaki New Zealand Scholarships) ຊຶ່ງແມ່ນຫ້ອງການ ວິທະຍາໄລ ວຽງຈັນ (VC) ເປັນຜູ້ຕາງໜ້າບໍລິຫານໂຄງການທຶນການສຶກສາຂອງ ປະເທດ ນິວຊີແລນ ປະຈຳ ສປປ ລາວ ຈຳນວນ 35 ທຶນ ໃນລະດັບອະນຸປະລິນຍາ 6 ເດືອນ, ອະນຸປະລິນຍາ 1 ປີ, ປະລິນຍາໂທ 1-2 ປີ ແລະ ປະລິນຍາເອກ 3,5 ປີ, ລັດຖະບານ ນິວຊີແລນ ເປີດກວ້າງໃຫ້ ພະນັກງານ, ນັກສຶກສາ ແລະ ທົ່ວປວງຊົນທັງຫຼາຍ ສະໝັກຮັບທຶນການສຶກສາ ໄປຮຽນທີ່ປະເທດດັ່ງກ່າວ ຊຶ່ງມີຢູ່ 6 ຂົງເຂດວິຊາຄື: Climate Change and the Environment, Disaster Risk Management, Food Security and Agriculture, Renewable Energy, Governance and Education.
ລັດຖະບານ ນິວຊີແລນ ຮັບຜິດຊອບຄ່າໃຊ້ຈ່າຍເຂົ້າໃນການສຶກສາ ແລະ ອື່ນໆ ສ່ວນຂໍ້ມູນລາຍລະອຽດ ໃຫ້ຜູ້ສະໝັກ ເຂົ້າເບິ່ງທີ່ເວັບໄຊ ກ້ອງຄອມເມັ້ນ ຫຼື ພົວພັນຂໍ້ມູນ
ທີ່ Email: mn25@vientianecollege.com ເບີໂທລະສັບ: (+856-21) 414873 ຫຼື 450049, ການສະໝັກຜ່ານ ລະບົບອອນລາຍ, ຮັບສະໝັກທຶນການສຶກສາແມ່ນ ເລີ່ມແຕ່ ວັນທີ 01 ມີນາ 2026 ເຖິງ ວັນທີ 31 ມີນາ 2026 ເປັນມື້ປິດຮັບສະໝັກ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດໍາເນີນການສະໝັກໃຫ້ທັນເວລາດ້ວຍ.
ລິງສະໝັກ www.nzscholarships.govt.nz

