ແຂວງເຊກອງເດີນໜ້າພັດທະນາກາເຟຢ່າງຍືນຍົງ ຫຼັງຈາກມີການເປີດ ສະຫະກອນກາເຟພູດອຍດາກຈຶງ ຢ່າງເປັນທາງການ ໃນວັນທີ 4 ມີນາ 2026 ທີ່ ສູນກາເຟບ້ານດາກວໍ ເມືອງດາກຈຶງ ແຂວງເຊກອງ ໂດຍມີພາກສ່ວນລັດ, ອົງການສາກົນ ແລະ ກະສິກອນເຂົ້າຮ່ວມຢ່າງຄຶກຄື້ນ ![]()
ພິທີເປີດໄດ້ຮັບກຽດຈາກ ທ່ານ ທະນົງສັກ ລືມີໄຊ ຮອງປະທານຄະນະກຳມະການປົກຄອງ ເມືອງດາກຈຶງ, ທ່ານນາງ ໄພວັນ ຈັນງາຄຳ ຕາງໜ້າອົງການແຄນາໆຊາດ ປະຈຳ ສປປ ລາວ ແລະ ທ່ານ ອິນປອນ ແສນຄຳຕີ ຕາງໜ້າຈາກສະຫະພາບເອີຣົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ກະສິກອນໃນພື້ນທີ່ ເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ກະສິກອນ ແລະ ແມ່ຍິງ
ທ່ານ ວຽງດາວເພັດ ຈັນພະມາດ ປະທານສະຫະກອນກາເຟພູດອຍດາກຈຶງ ເຜີຍວ່າ ການຈັດຕັ້ງສະຫະກອນນີ້ ເກີດຈາກການຮ່ວມມືຂອງ ສະຫະພາບເອີຣົບ, ອົງການແຄນາໆຊາດ ແລະ ໂຄງການ SUPER WE Coffee ເພື່ອສົ່ງເສີມການຜະລິດກາເຟທີ່ມີຈັນຍາບັນ ແລະ ເປັນມິດກັບສິ່ງແວດລ້ອມ ສະຫະກອນນີ້ ມີກະສິກອນຈາກ 15 ບ້ານ ເຂົ້າຮ່ວມ ມີສະມາຊິກ 234 ຄອບຄົວ ແລະ ມີແຮງງານເພດຍິງ 61 ຄົນ ໂດຍມີເນື້ອທີ່ຜະລິດກາເຟລວມ 374,85 ເຮັກຕາ.
ພັດທະນາທຸລະກິດກາເຟຄົບວົງຈອນ
ປັດຈຸບັນ ສະຫະກອນມີ 3 ຮູບແບບທຸລະກິດຫຼັກ ປະກອບມີ
• ທຸລະກິດຂາຍກາເຟໝາກຂາວ
• ທຸລະກິດກາເຟໝາກຊ້ອມ
• ທຸລະກິດກາເຟຂົ້ວ
ສະຫະກອນຍັງໄດ້ວາງລະບົບການບໍລິຫານທີ່ໂປ່ງໃສ ແລະ ຍຸດຕິທຳ ເພື່ອໃຫ້ກະສິກອນມີອຳນາດໃນການຕໍ່ລອງດ້ານຕະຫຼາດ ແລະ ສ້າງມູນຄ່າໃຫ້ກາເຟທ້ອງຖິ່ນ.
ທຶນຮຸ້ນເກືອບ 640 ລ້ານກີບ ສະຫະກອນມີທຶນຈົດທະບຽນເບື້ອງຕົ້ນ 636.308.000 ກີບ ປະກອບມີ
• ເງິນສົດ 27.700.000 ກີບ
• ຊັບສິນ ແລະ ອຸປະກອນ 608.608.000 ກີບ
ພ້ອມທັງມີ 277 ຮຸ້ນ ໂດຍມີມູນຄ່າຮຸ້ນລະ 100.000 ກີບ.
ກ້າວສູ່ກາເຟຍືນຍົງ ການສ້າງຕັ້ງ ສະຫະກອນກາເຟພູດອຍດາກຈຶງ ມີເປົ້າໝາຍເພື່ອ
ສ້າງຄວາມສາມັກຄີໃນຊຸມຊົນ
ຜະລິດກາເຟປອດສານພິດ
ປົກປ້ອງສິ່ງແວດລ້ອມ
ເພີ່ມລາຍຮັບໃຫ້ກະສິກອນ
ພັດທະນາກາເຟລາວໃຫ້ມີຄຸນນະພາບສູງ
ຄາດວ່າ ສະຫະກອນແຫ່ງນີ້ ຈະກາຍເປັນແຮງຂັບເຄື່ອນສຳຄັນ ໃນການພັດທະນາອາຊີບກະສິກຳ ແລະ ຊ່ວຍຍົກລະດັບຊີວິດຂອງຊາວບ້ານໃນເຂດດາກຈຶງ ໃຫ້ຄ່ອຍໆຫຼຸດພົ້ນຈາກຄວາມທຸກຍາກ ![]()
![]()
ທີ່ມາ: ປະເທດລາວ

