ຖືເປັນຂ່າວທີ່ໜ້າພາກພູມໃຈ ເມື່ອ Global Residence Index ໄດ້ເປີດເຜີຍດັດຊະນີຄວາມປອດໄພ (Safety Index 2026) ໂດຍມີການຈັດອັນດັບຕົວເມືອງໃນອາຊຽນ ທີ່ມີຄວາມປອດໄພໜ້າຢູ່ທີ່ສຸດ.
ການຈັດອັນດັບໃນຄັ້ງນີ້ໄດ້ວິເຄາະຈາກຫຼາຍປັດໄຈຮ່ວມກັນ ເຊັ່ນ: ອັດຕາການເກີດອາດຊະຍາກຳ, ຄວາມສ່ຽງທາງດ້ານການເມືອງ, ຄວາມປອດໄພໃນຊີວິດ ແລະ ຊັບສິນ, ຄວາມສ່ຽງຈາກໄພທຳມະຊາດ, ລວມໄປເຖິງຄວາມປອດໄພທາງທ້ອງຖະໜົນ ແລະ ດັດຊະນີສັນຕິພາບໂລກ.
ມາກວດເບິ່ງ 10 ອັນດັບເມືອງທີ່ປອດໄພທີ່ສຸດໃນອາຊຽນ (2026):
1. ສິງກະໂປ: 0.97 ຄະແນນ
2. ຈາກາຕາ (ອິນໂດເນເຊຍ): 0.72 ຄະແນນ
3. ບາງກອກ (ໄທ): 0.65 ຄະແນນ
4. ນະຄອນຫຼວງວຽງຈັນ (ລາວ): 0.61 ຄະແນນ ![]()
5. ຮ່າໂນ້ຍ (ວຽດນາມ): 0.60 ຄະແນນ
6. ກົວລາລຳເປີ (ມາເລເຊຍ): 0.57 ຄະແນນ
7. ພູເກັດ (ໄທ): 0.57 ຄະແນນ
8. ໂຮຈິມິນ (ວຽດນາມ): 0.56 ຄະແນນ
9. ພະນົມເປັນ (ກຳປູເຈຍ): 0.55 ຄະແນນ
10. ມານີລາ (ຟີລິບປິນ): 0.41 ຄະແນນ
ນະຄອນຫຼວງວຽງຈັນ ສາມາດຍາດໄດ້ອັນດັບທີ 4 ດ້ວຍຄະແນນ 0.61 ເຊິ່ງສະທ້ອນໃຫ້ເຫັນເຖິງສະຖຽນລະພາບ ແລະ ສະພາບແວດລ້ອມທີ່ເປັນມິດ, ເປັນຈຸດໝາຍປາຍທາງທີ່ໜ້າສົນໃຈ ສຳລັບການທ່ອງທ່ຽວ ແລະ ການລົງທຶນໃນພາກພື້ນ.
ທີ່ມາ: SEA Infographics
Lao Youth Radio FM 90 MHz

