ໃນວັນທີ 02 ມີນາ 2026, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງເສີມການລົງທຶນຂະແໜງບໍ່ແຮ່ ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການ ໂດຍມີຕົວແທນຈາກ AusCham ພ້ອມດ້ວຍບັນດາຕາງຫນ້າກົມກ່ຽວຂ້ອງ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ
ໃນກອງປະຊຸມ, ຕາງຫນ້າ AusCham ໄດ້ນໍາສະເໜີຜົນການສຶກສາ (Working Paper) ສະພາບການລົງທຶນຂະແໜງບໍ່ແຮ່ ຊຶ່ງໄດ້ສະເໜີຕໍ່ລັດຖະບານ ພິຈາລະນາ:
ປັບປຸງສະພາບແວດລ້ອມການລົງທຶນໃຫ້ສະດວກ ໂປ່ງໃສ ເພືອຫລຸດຜ່ອນການຊໍ້າຊ້ອນ;
ພິຈາລະນາເປີດຮັບໂຄງການບໍ່ແຮ່ຄືນໃໝ່ ສໍາລັບນັກລົງທຶນທີ່ໄດ້ມາດຕະຖານ ຜ່ານຂະບວນການ ແລະ ເງື່ອນໄຂ ເພື່ອຄັດກອງເອົາການລົງທຶນທີ່ມີຄຸນນະພາບສູງ ແລະ ໄດ້ມາດຕະຖານ.
ກອງປະຊຸມຍັງໄດ້ຮັບຟັງ ແຜນວຽກ ໃນຕໍ່ຫນ້າຂອງ ກະຊວງ ອຄ ໃນການການຄຸ້ມຄອງ ກິດຈະການດ້ານບໍ່ແຮ່ ໃຫ້ມີປະສິດທິຜົນ ເປັນຕົ້ນ:
ການປັບປຸງກົດໝາຍວ່າດ້ວຍແຮ່ທາດ ເຊິ່ງຄາດວ່າຈະມີການຮ່າງໃຫ້ສໍາເລັດໃນຊ່ວງທ້າຍປີ 2026 ຫາ ຕົ້ນປີ 2027 ເພື່ອຍົກລະດັບການຄຸ້ມຄອງ ໃຫ້ຮັດກຸມກວ່າເກົ່າ.
ການປັບປຸງ ແລະ ນໍາສະເຫນີ ລັດຖະບານ ກ່ຽວກັບຂະບວນການອອກອະນຸຍາດ ແບບໃຫມ່ ໂດຍໃຊ້ລະບົບທັນສະໄຫມ ໃນການຄັດເລືອກເອົານັກລົງທຶນຄຸນນະພາບສູງ.
ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ກ່າວວ່າ: ຄໍາແນະນໍາ ແລະ ຂໍ້ມູນສະຖິຕິ ທີ່ທາງ AusCham ໄດ້ສະເຫນີແນະນັ້ນ ມີຄວາມສໍາຄັນ ຊຶ່ງກະຊວງ ຈະນໍາໄປຄົ້ນຄວ້າຢ່າງລະອຽດ. ພ້ອມນັ້ນ, ກະຊວງ ຍັງຈະສືບຕໍ່ ຮ່ວມມືກັບ AusCham ໃນການຄົ້ນຄວ້າ ແກ້ໄຂ ແລະ ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ.
ຂໍ້ມູນ: ຂ່າວສານກະຊວງອຸດສາຫະກຳ ແລະ ການຄ້າ

