ທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາຄະນະ ລົງຕິດຕາ-ກວດກາບັນດາປໍ້ານໍ້າມັນຢູ່ຕາມຈຸດຕ່າງໆ ແລະ ບັນດາປໍ້າທີ່ຢຸດໃຫ້ບໍລິການຢ່າງຜິດປົກກະຕິ. ສໍາລັບການລົງກວດກາຄັ້ງນີ້, ມີຈຸດປະສົງເພື່ອບໍ່ໃຫ້ມີການກັກຕຸນນໍ້າມັນ ຫລື ປິດປໍ້າໂດຍພາລະການ, ພ້ອມທັງກວດສອບຕົວຈິງວ່າປໍ້າທີ່ປິດນັ້ນມີນໍ້າມັນເຫຼືອຢູ່ໃນສາງ ຫຼື ບໍ່?. ຖ້າພົບວ່າມີນໍ້າມັນແຕ່ເຈດ ຕະນາປິດເພື່ອເກັງກໍາໄລ, ຕ້ອງສັ່ງໃຫ້ເປີດບໍລິການທັນທີ.
ຂະນະທີ່, ມາດຕະການເດັດຂາດສໍາລັບຜູ້ປະກອບການທີ່ລະເມີດ ແລະ ບໍ່ປະຕິບັດຕາມລະບຽບການ, ທາງການຈະດຳເນີນການເຮັດບົດບັນທຶກ ແລະ ພິຈາລະນາຖອນໃບອະນຸຍາດດໍາເນີນທຸລະກິດ ໂດຍບໍ່ມີຂໍ້ ຍົກເວັ້ນ. ທັງນີ້, ກໍ່ເພື່ອຮັບປະກັນໃຫ້ນໍ້າມັນມີຄຸນນະພາບໄດ້ຜ່ານກວດສອບ ແລະ ມາດຕະຖານການວັດ ແທກໄປພ້ອມໆກັນເພື່ອໃຫ້ໝັ້ນໃຈວ່າ: ປະຊາຊົນໄດ້ໃຊ້ນ້ຳມັນທີ່ມີຄຸນນະພາບ ແລະ ເຕັມລິດ. ຊຶ່ງການເຄື່ອນໄຫວນີ້ຄືເປັນການຢືນຢັນວ່າ: ພັກ ແລະ ລັດຖະບານ ບໍ່ໄດ້ນິ່ງນອນໃຈ ແລະ ພ້ອມທີ່ຈະໃຊ້ ມາດຕະການຂັ້ນເດັດຂາດກັບຜູ້ທີ່ສ້າງຄວາມປັ່ນປ່ວນຕໍ່ເສດຖະກິດ ແລະ ສັງຄົມ.
ກ່ອນຫນ້ານີ້, ກະຊວງອຸດສະຫະກໍາ ແລະ ການຄ້າ ກໍ່ໄດ້ຈັດກອງປະຊຸມລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ, ລັດວິສາຫະກິດນ້ຳມັນເຊື້ອໄຟລາວ (LSFC) ແລະ ບັນດາບໍລິສັດຜູ້ນຳເຂົ້າ, ພວກເຮົາສາມາດວິເຄາະຈຸດສຳຄັນໄດ້ 3 ປະເດັນ:
1). ສະຖານະການໃນຕາເວັນອອກກາງເປັນປັດໄຈພາຍນອກທີ່ຄວບຄຸມບໍ່ໄດ້ ເຊິ່ງສົ່ງຜົນກະທົບໂດຍ ກົງຕໍ່ລາຄານໍ້າມັນໂລກ. ສະແດງໃຫ້ເຫັນເຖິງຄວາມຕື່ນຕົວແກ້ໄຂບັນຫາ ແລະ ການວາງແຜນສໍາຮອງ ເພື່ອຮັບປະກັນວ່າຕ່ອງໂສ້ການສະໜອງ (Supply Chain) ພາຍໃນປະເທດຈະບໍ່ຂາດເຂີນ ຫາກເກີດສະຖານະການຮຸນແຮງຂຶ້ນແທ້.
2). ຂະນະດຽວກັນ, ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ເຮັດໜ້າທີ່ເປັນກົນໄກຫຼັກໃນການຄໍ້າປະກັນ ປະລິມານສໍາຮອງ, ໃນຂະນະທີ່, ບໍລິສັດເອກະຊົນຊ່ວຍໃນການກະຈາຍສິນຄ້າເພື່ອນີ້ຊ່ວຍຫຼຸດຜ່ອນ ການຜູກຂາດ ແລະ ສ້າງຄວາມສົມດຸນໃນຕະຫຼາດ.
3). ຄຽງຄູ່ກັນນັ້ນ, ການທີ່ພາກລັດອອກມາກວດກາປໍ້ານໍ້າມັນ ແລະ ວາງແຜນຮັບມືກັບເຫດການທີ່ອາດ ຈະເກີດຂຶ້ນຈະຊ່ວຍຫຼຸດຜ່ອນຄວາມກັງວົນຂອງສັງຄົມ. ເມື່ອປະຊາຊົນເຫັນວ່າມີການກວດກາ ແລະ ມີແຜນຮອງຮັບ ເຮັດໃຫ້ການໝູນວຽນຂອງນໍ້າມັນໃນລະບົບຕະຫລາດເປັນໄປຢ່າງປົກກະຕິ.
ທີ່ມາ: ຂ່າວສານກະຊວງອຸດສາຫະກຳ ແລະ ການຄ້າ

