ມາຊອກຮູ້ວິທີ ສ້າງອະນາຄົດໃໝ່ໆ ຂອງ ທ່ານກັບທຶນການສຶກສາອົດສະຕຣາລີ ໂດຍການເຂົ້າຮ່ວມຮັບຟັງການເຜີຍແຜ່ຂໍ້ມູນກ່ຽວກັບທຶນການສຶກສາດັ່ງກ່າວຜ່ານທາງ Facebook Live.
ພົບກັນ ວັນພະຫັດ, ທີ 5 ມີນາ 2026, ເວລາ 19:00 – 20:30 ໂດຍຮັບຊົມຜ່ານເຟສບຸກ Laos Australia Institute
ພ້ອມແຂກຮັບເຊີນຈາກສະຖານທູດອົດສະຕຣາລີປະຈຳ ສປປ ລາວ ແລະ ອະດີດນັກສຶກສາທຶນ #AustraliaAwards. ເພິ່ນຈະມາຮ່ວມຕອບຄຳຖາມ ແລະ ໃຫ້ຂໍ້ມູນທີ່ເປັນປະໂຫຍດເພື່ອຊ່ວຍສານຝັນດ້ານການສຶກສາຂອງທ່ານ ທີ່ປະເທດອົດສະຕຣາລີ.
ແລ້ວພົບກັນໃນ Facebook Live ເດີ້!
ທ່ານສາມາດສະໝັກທຶນການສຶກສາອົດສະຕຣາລີ AustraliaAwardsscholarship ຕັ້ງແຕ່ມື້ນີ້ຈົນເຖິງວັນທີ 30 ເມສາ 2026, ຜ່ານລີ້ງເລີຍ australiaawardslaos

