ຕາຕະລາງກິດຈະກຳ ບຸນປີໃໝ່ລາວ ທີ່ນະຄອນຫຼວງພະບາງ 2026 ລະຫວ່າງວັນທີ 11 – 20 ເມສາ 2026 (ມ່ວນຊື່ນເຕັມອີ່ມ 10 ມື້)
ຊ່ວງເລີ່ມຕົ້ນ: ການປະກວດນາງສັງຂານ
ວັນເສົາ 11 ເມສາ: (19:30 ນ.) ເປີດສາກການປະກວດນາງສັງຂານ ແລະ ຕະຫຼາດນັດວາງສະແດງສິນຄ້າ ທີ່ເດີ່ນທາດຫຼວງ.
ວັນອາທິດ 12 ເມສາ: (19:30 ນ.) ຮອບຕັດສິນ ປະກວດນາງສັງຂານ ທີ່ເດີ່ນທາດຫຼວງ.
ວັນຈັນ 13 ເມສາ: ມື້ແຫ່ຊ້າງ
07:30 ນ.: ພິທີແຫ່ຊ້າງຮຽງເກີຍ ອັນເປັນເອກະລັກ ຈາກວັດໃໝ່ຯ ຫາ ວັດຊຽງທອງ.
ວັນອັງຄານ 14 ເມສາ: ມື້ສັງຂານລ່ວງ
06:00 ນ.: ຕະຫຼາດນັດມວນຊົນ (ໂລະລາດ) ແຕ່ສາມແຍກບ້ານຈູມຄ້ອງ ຫາ ເດີ່ນທາດຫຼວງ.
09:00 ນ.: ອັນເຊີນພະພຸດທະຮູບລົງຫົດສົງຕາມວັດຕ່າງໆ.
13:00 ນ.: ໄປ ຕົບພະທາດຊາຍ ທີ່ດອນຊາຍມຸງຄຸນ (ເມືອງຈອມເພັດ).
ວັນພຸດ 15 ເມສາ: ມື້ສັງຂານເນົາ
08:00 ນ.: ບຸນປີໃໝ່ຊົນເຜົ່າລື້ ບ້ານຜານົມ.
13:30 ນ.: ຂະບວນແຫ່ຫວໍ (ມື້ທີ 1) ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ.
ວັນພະຫັດ 16 ເມສາ: ມື້ສັງຂານຂຶ້ນປີໃໝ່ (ຈ.ສ 1388)
05:30 ນ.: ໃສ່ບາດລວມທີ່ວັດແສນສຸຂາຣາມ ແລະ ຂຶ້ນໄຫວ້ພະທາດຈອມສີ.
13:30 ນ.: ຂະບວນແຫ່ຫວໍ (ມື້ທີ 2) ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ.
19:00 ນ.: ແຫ່ຮູບຈຳລອງພະຍານາກ ແລະ ຊົມການສະແດງຟ້ອນນາງແກ້ວ ທີ່ພະລາດຊະວັງເກົ່າ.
ວັນສຸກ 17 ເມສາ: ມື້ຫົດສົງພະບາງ
08:30 ນ.: ອັນເຊີນ ພະບາງ ລົງປະດິດສະຖານທີ່ວັດໃໝ່ຯ ເພື່ອໃຫ້ມວນຊົນຫົດສົງ.
10:30 ນ.: ການນຳ ແລະ ນາງສັງຂານ ໄປຫົດສົງພະທີ່ຖ້ຳຕິ່ງ.
ວັນທີ 18 – 19 ເມສາ: ສືບຕໍ່ສົງນ້ຳພະບາງ
08:00 – 23:00 ນ.: ເປີດໃຫ້ປະຊາຊົນຫົດສົງພະບາງ ທີ່ວັດໃໝ່ຯ.
19:00 ນ.: ຊົມສິລະປະວັນນະຄະດີ ຈາກໂຮງລະຄອນພະລັກ-ພະລາມ.
ວັນຈັນ 20 ເມສາ: ມື້ສິ້ນສຸດພິທີ
08:30 ນ.: ອັນເຊີນພະບາງ ກັບຄືນປະດິດສະຖານໄວ້ທີ່ ຫໍພະບາງ ຄືເກົ່າ.
ປີນີ້ ທ່ານມີແຜນທຂຶ້ນມາທ່ຽວ ນະຄອນຫຼວງພະບາງບໍ່ ?

