ປະກາດຮັບຮອງ ຫໍໄຕປີດົກ ແລະ ວັດເກົ່າຕາແຫຼວ ເມືອງຈຳພອນ ເປັນມໍລະດົກໂລກແຫ່ງຊາດລະດັບຊາດ

ວັນທີ 02-04 ມີນາ 2026, ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ຈັດງານສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ເພື່ອຮັບຮອງເອົາສະຖານທີ່ອັນຊົງຄຸນຄ່າ 2 ແຫ່ງ ຂຶ້ນເປັນມໍລະດົກແຫ່ງຊາດ ພ້ອມຕິດພັນກັບງານບຸນປະເພນີແຫ່ໜັງສືຜູກໃບລານ ທີ່ເຕັມໄປດ້ວຍມົນສະເໜ່ ແລະ ຄວາມສັກສິດ.

ຫໍໄຕປີດົກ ບ້ານໜອງລຳຈັນ ເປັນອາຄານໄມ້ບູຮານກາງນ້ຳທີ່ສວຍງາມ, ເປັນບ່ອນເກັບຮັກສາຄຳພີ ແລະ ໜັງສືຜູກໃບລານເກົ່າແກ່ເຖິງ 219 ເລື່ອງ. ສ່ວນວັດເກົ່າຕະແຫຼວ ແມ່ນໂດດເດັ່ນດ້ວຍຮູບຊົງສະຖາປັດຕະຍະກຳທີ່ເປັນເອກະລັກ ແລະ ສິລະປະການແຕ້ມຝາພະນັງອັນປານີດ ທີ່ສືບທອດມາຫຼາຍສັດຕະວັດ.

ພາຍໃນງານມີຂະບວນແຫ່ໃບລານຂອງຄະນະສົງ ແລະ ພໍ່ແມ່ປະຊາຊົນໃນຊຸດພື້ນເມືອງລາວ ທີ່ຮ່ວມກັນແຫ່ຄຳພີໜັງສືຜູກໃບລານຢ່າງພ້ອມພຽງ; ມີການສະແດງສິລະປະວັດທະນະທຳ, ການຟ້ອນພື້ນເມືອງ, ສຽງແຄນອັນມ່ວນຊື່ນ ແລະ ວິຖີການເຂັນຝ້າຍຂອງສາວຜູ້ໄທ ທີ່ສະທ້ອນເຖິງຮາກເຫງົ້າອັນດີງາມ.

ທ່ານນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໄດ້ໃຫ້ກຽດມອບໃບຢັ້ງຢືນມໍລະດົກແຫ່ງຊາດ ໃຫ້ແກ່ຄະນະນຳເມືອງຈຳພອນ. ໃນພິທີໄດ້ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມົງຄຸນ ແລະ ປະກາດຄວາມພາກພູມໃຈຂອງຊາວເມືອງຈຳພອນສູ່ສາຍຕາຊາວໂລກ.

ການຮັບຮອງມໍລະດົກໃນຄັ້ງນີ້ ແມ່ນການເປີດປະຕູຮັບນັກທ່ອງທ່ຽວໃຫ້ເຂົ້າມາສຳຜັດ ກັບຄວາມງາມຂອງສະຖາປັດຕະຍະກຳບູຮານ, ການຮຽນຮູ້ປະຫວັດສາດຜ່ານໃບລານ, ວິຖີຊີວິດອັນສະຫງົບສຸກຂອງຊາວບ້ານໜອງລຳຈັນ ແລະ ບ້ານຕາແຫຼວ.

ແຂວງສະຫວັນນະເຂດ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles