ວັນແມ່ຍິງສາກົນ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຕາມປະເພນີທີ່ປະຕິບັດຕິດຕໍ່ກັນທຸກປີ ແຕ່ເປັນການເນັ້ນໜັກເຖິງຄຸນຄ່າທາງປະຫວັດສາດຂອງການຕໍ່ສູ່ຂອງກຳມະກອນແມ່ຍິງ ແລະ ສຶບທອດຄວາມຈຳນົງທີ່ຕ້ອງການໃຫ້ແມ່ຍິງໄດ້ຮັບການປົກປ້ອງຄຸ້ມຄອງໃຫ້ປອດໄພຈາກຄວາມຮຸນແຮງ ແລະ ຍົກລະດັບຄຸນນະພາບຊີວິດໃນດ້ານຕ່າງໆ ຜູ້ໃຊ້ແຮງງານຕ້ອງໄດ້ຮັບການເບິ່ງແຍງໃນດ້ານສະຫວັດດີການສຸຂະພາບ, ຄວາມປອດໄພໃນການເຮັດວຽກ ລວມທັງແມ່ຍິງຕ້ອງໄດ້ຮັບການປະຕິບັດຢ່າງໃຫ້ກຽດ ແລະ ເທົ່າທຽມໃນຖານະທີ່ແມ່ຍິງກໍ່ເປັນສະມາຊິກໜຶ່ງໃນສັງຄົມ.
ການນຳໃຊ້ແຮງງານເພດຍິງທີ່ຖືພາ ຫຼື ໃນໄລຍະລ້ຽງລູກນ້ອຍ ອີງຕາມ ມາດຕາ 97 ກົດໝາຍແຮງງານ ວຽກທີ່ບໍ່ອະນຸຍາດໃຫ້ເຮັດສຳລັບຜູ້ອອກແຮງງານເພດຍິງທີ່ຖືພາ ຫຼື ໃນໄລຍະລ້ຽງລູກນ້ອຍທີ່ມີອາຍຸຕ່ຳກວ່າ 1 ປີ ມີດັ່ງນີ້: ວຽກເຮັດເທິງຮ້ານທີ່ມີຄວາມສູງກວ່າ 2 ແມັດ, ວຽກຍົກ ແລະ ລາກແກ່ດ້ວຍມື, ແບກ, ຫາມ, ຫາບ ວັດຖຸສິ່ງຂອງທີ່ມີນໍ້າໜັກເກີນກວ່າ 10 ກິໂລກຣາມ, ວຽກກາງຄືນ, ວຽກເພີ່ມໂມງ ແລະ ວຽກໃນວັນພັກ, ວຽກທີ່ຕ້ອງໄດ້ຢືນເປັນເວລາ 2 ຊົ່ວໂມງຕິດຕໍ່ກັນ, ວຽກທີ່ໄດ້ກຳນົດໄວ້ໃນສາລະບານວຽກອັນຕະລາຍ.
ສຳລັບຜູ້ອອກແຮງງງານເພດຍິງທີ່ຖືພາ ຫຼື ໃນໄລຍະລ້ຽງລູກນ້ອຍ ທີ່ມີອາຍຸຕ່ຳກວ່າ 1 ປີ ເຊິ່ງຜ່ານມາເຮັດວຽກຕາມທີ່ກ່າວມາຂ້າງເທິງນີ້ ຜູ້ໃຊ້ແຮງງານຕ້ອງສັບຊ້ອນໃຫ້ຜູ້ກ່ຽວໄປເຮັດວຽກໃໝ່ທີ່ເໝາະສົມຊົ່ວຄາວ ແຕ່ໃຫ້ຮັກສາລະດັບເງິນເດືອນ ຫຼື ຄ່າແຮງງານໄວ້ຄືເກົ່າ.
ການພັກວຽກຂອງຜູ້ອອກແຮງງານເພດຍິງກ່ອນ ແລະ ຫຼັງອອກລູກ ອີງຕາມມາດຕາ 98 ຂອງກົດໝາຍແຮງງານ ຜູ້ອອກແຮງງານເພດຍິງມີສິດໄດ້ພັກວຽກກ່ອນ ແລະ ຫຼັງອອກລູກຢ່າງໜ້ອຍ 105 ວັນ, ແຕ່ຢ່າງໜ້ອຍຕ້ອງໄດ້ພັກວຽກບໍ່ໃຫ້ຫຼຸດ 42 ວັນຫຼັງຈາກອອກລູກ. ໃນກໍລະນີລູກຝາແຝດ ໃຫ້ພັກຢ່າງໜ້ອຍ 120 ວັນ. ໃນເວລາພັກວຽກນັ້ນຜູ້ກ່ຽວຕ້ອງໄດ້ຮັບເງິນເດືອນ ຫຼື ຄ່າແຮງງານເຕັມຕາມປົກກະຕິ ຈາກຜູ້ໃຊ້ແຮງງານ ພາຍຫຼັງການອອກລູກໃນໄລຍະ 1 ປີ ລົງມາ ຜູ້ອອກແຮງງານເພດຍິງ ມີສິດພັກວຽກ 1 ຊົ່ວໂມງຕໍ່ມື້ ເພື່ອໃຫ້ນົມ ຫຼື ເບິ່ງແຍງລູກ ແລະ ມີສິດພັກເອົາລູກໄປສັກຢາກັນພະຍາດຕາມລະບຽບການ. ຜູ້ອອກແຮງງານເພດຍິງທີ່ຫຼຸລູກ ຫຼື ລູກຕາຍໃນທ້ອງ ຈະໄດ້ພັກວຽກຕາມການກຳນົດຂອງແພດໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານປົກກະຕິ
ການບໍ່ອະນຸຍາດໃຫ້ກະທຳຕໍ່ແຮງງານເພດຍິງ ອີງຕາມ ມາດຕາ 100 ຂອງກົດໝາຍແຮງງານ ຜູ້ໃຊ້ແຮງງານບໍ່ສາມາດກະທຳຕໍ່ແຮງງານເພດຍິງໃນກໍລະນີດັ່ງນີ້: ກວດກາການຖືພາ ກ່ອນຮັບເຂົ້າເຮັດວຽກ, ສ້າງເງື່ອນໄຂການເຮັດວຽກທີ່ມີລັກສະນະກີດກັ້ນ ຫຼື ປະຕິເສດແຮງງານເພດຍິງ ທີ່ແຕ່ງດອງແລ້ວ ຫຼື ພວມຖືພາ, ສ້າງເງື່ອນໄຂເພື່ອຍົກເລີກສັນຍາແຮງງານ ຍ້ອນການແຕ່ງດອງ ຫຼື ການຖືພາ.
Lao Youth Radio FM90MHz

