ສັນຍານເຕືອນໄພ ກຽມຮັບມືໃຫ້ທັນ ເພາະນີ້ບໍ່ແມ່ນພຽງແຕ່ຂ່າວລື ແຕ່ເປັນການອອກມາຍ້ຳເຕືອນຈາກຍັກໃຫຍ່ລະດັບໂລກຢ່າງ Microsoft ແລະ Goldman Sachs ທີ່ລະບຸວ່າ: ພາຍໃນ 1-2 ປີຂ້າງໜ້າ ລະບົບ AI ຈະເຂົ້າມາແທນທີ່ຕຳແໜ່ງງານໃນຫ້ອງການຢ່າງຮຸນແຮງ.
ຈາກ “ແຮງງານ” ສູ່ “ມືອາຊີບ” ໃຜແດ່ທີ່ສ່ຽງ?
ມຸສຕາຟາ ສຸໄລມານ (CEO ຝ່າຍ AI ຂອງ Microsoft) ເປີດເຜີຍວ່າ AI ໄດ້ຖືກພັດທະນາຈົນມີປະສິດທິພາບໃນ “ລະດັບມະນຸດ” ແລ້ວ. ວຽກທີ່ເຄີຍຄິດວ່າຕ້ອງໃຊ້ສະໝອງ ແລະ ຄວາມຊ່ຽວຊານສູງ ກໍອາດຈະຖືກ AI ເຮັດແທນແບບ 100% ພາຍໃນປີ 2027 ເຊິ່ງລວມມີ:
1. ທະນາຍຄວາມ
2. ນັກບັນຊີ
3. ຜູ້ຈັດການໂຄງການ
4. ຝ່າຍການຕະຫຼາດ
ຕົວເລກທີ່ໜ້າຕົກໃຈ ແລະ ການເລີກຈ້າງໃນບໍລິສັດຍັກໃຫຍ່
Goldman Sachs ປະເມີນວ່າ ເຕັກໂນໂລຊີນີ້ເຮັດໃຫ້ມີການສູນເສຍວຽກແລ້ວໃນສະຫະລັດກວ່າ 5,000 – 10,000 ຕຳແໜ່ງຕໍ່ເດືອນ ແລະ ນີ້ຄືຕົວຢ່າງບໍລິສັດທີ່ເລີ່ມປັບຕົວໃຊ້ AI ແທນຄົນ:
1. Amazon: ປັບຫຼຸດພະນັກງານສູງເຖິງ 16,000 ຕຳແໜ່ງ ເພື່ອເພີ່ມລະບົບອັດຕະໂນມັດ.
2. HP: ວາງແຜນຫຼຸດພະນັກງານທົ່ວໂລກ 4,000 – 6,000 ຕຳແໜ່ງ ພາຍໃນປີ 2028.
3. Nike: ເລີກຈ້າງພະນັກງານບາງສ່ວນເພື່ອເພີ່ມກຳໄລ ແລະ ໃຊ້ລະບົບອັດຕະໂນມັດໃນການຂາຍ.
ເປັນຫຍັງທຸລະກິດຈຶ່ງຍອມຈ່າຍເພື່ອໃຊ້ AI?
ເຫດຜົນຫຼັກແມ່ນເລື່ອງ “ຕົ້ນທຶນຜັນແປ”. ເຖິງວ່າການລົງທຶນໃນ AI ຈະສູງໃນຕອນທຳອິດ ແຕ່ມັນຄຸ້ມຄ່າໃນໄລຍະຍາວເພາະ:
1. AI ເຮັດວຽກໄດ້ຕະຫຼອດ 24 ຊົ່ວໂມງ ບໍ່ມີຂໍ້ຈຳກັດດ້ານເວລາ.
2. ບໍ່ມີຄ່າສະຫວັດດີການ, ບໍ່ມີເວລາພັກ ແລະ ບໍ່ມີຕົ້ນທຶນໃນການເຝິກອົບຮົມພະນັກງານໃໝ່.
3. AI ບໍ່ມີຄວາມອິດເມື່ອຍ ຫຼື ອາລົມເຂົ້າມາກ່ຽວຂ້ອງ ເຮັດໃຫ້ຄວາມຜິດພາດເປັນສູນ.
10 ຕຳແໜ່ງງານ “ສ່ຽງສູງ” ທີ່ຈະຖືກແທນທີ່ພາຍໃນປີ 2030
(ອ້າງອີງຈາກ Goldman Sachs & McKinsey)
1. ພະນັກງານຄີຂໍ້ມູນ (ສ່ຽງ 95%)
2. ພະນັກງານຂາຍທາງໂທລະສັບ (ສ່ຽງ 94%)
3. ນັກບັນຊີ (ສ່ຽງ 94%)
4. ພະນັກງານຕ້ອນຮັບ (ສ່ຽງ 92%)
5. ແຄັດເຊຍ (ສ່ຽງ 89%)
6. ແຮງງານໃນພາກການຜະລິດ (ສ່ຽງ 88%)
7. ພະນັກງານເຄົາເຕີທະນາຄານ (ສ່ຽງ 88%)
8. ພະນັກງານກວດແກ້ຄຳຜິດ (ສ່ຽງ 86%)
9. ພະນັກງານບໍລິການລູກຄ້າ (ສ່ຽງ 80%)
10. ລ່າມແປພາສາ (ສ່ຽງ 71%)
ທາງລອດ: ບໍ່ແມ່ນ AI ທີ່ມາຍາດວຽກ ແຕ່ແມ່ນ “ຄົນທີ່ໃຊ້ AI ເປັນ”
ໃນປີ 2026 ນີ້, ຄົນທີ່ຈະຢູ່ລອດບໍ່ແມ່ນຄົນທີ່ເກັ່ງທີ່ສຸດ, ແຕ່ແມ່ນຄົນທີ່ “ປັບຕົວໄດ້ໄວທີ່ສຸດ”. ແທນທີ່ຈະນັ່ງກັງວົນວ່າຈະຖືກເລີກຈ້າງເມື່ອໃດ ໃຫ້ປ່ຽນມາເປັນການເພີ່ມທັກສະຕົວເອງໃຫ້ກາຍເປັນຮູບແບບໃໝ່ທີ່ເຮັດວຽກຮ່ວມກັບ AI ໄດ້ຢ່າງມີປະສິດທິພາບ.
ແຫຼ່ງຂໍ້ມູນ: Goldman Sachs, Financial Times, McKinsey Global Institute

