1 ເດືອນຜ່ານມາ ຂົວມິດຕະພາບລາວໄທ ແຫ່ງທີ5 ເກັບລາຍຮັບໄດ້ກວ່າ 47,5 ຕື້ກີບ

ຂົວມິດຕະພາບລາວ-ໄທແຫ່ງທີ 5 ລະຫວ່າງແຂວງບໍລິຄຳໄຊ ຂອງ ລາວ ແລະ ບຶງການ ຂອງ ໄທ ກຳລັງກາຍເປັນຈຸດເຊື່ອມຕໍ່ສຳຄັນທາງເສດຖະກິດ ຫຼັງຈາກເປີດນຳໃຊ້ຢ່າງເປັນທາງການໃນວັນທີ 25 ທັນວາ 2025 ແລະ ເປີດໃຫ້ບໍລິການປະຊາຊົນຢ່າງເຕັມຮູບແບບໃນວັນທີ 27 ທັນວາ 2025.

ພຽງແຕ່ 1 ເດືອນຕົ້ນປີ 2026 ຜ່ານມາ ດ່ານສາກົນແຫ່ງນີ້ສາມາດຈັດເກັບລາຍຮັບໄດ້ສູງເຖິງ 47.5 ຕື້ກວ່າກີບ ຖືວ່າເປັນສັນຍານບວກທີ່ຊັດເຈນ ຕໍ່ແຜນການຈັດເກັບປະຈຳປີ 2026 ທີ່ຕັ້ງເປົ້າໄວ້ 350 ຕື້ກີບ.

ທ່ານ ຄຳຫຼ້າ ຫຼວງແສງເພັດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບແຫ່ງທີ 5 ໃຫ້ສຳພາດວ່າ ຫຼັງຈາກເປີດດຳເນີນງານ ການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດມີຄວາມຄຶກຄື້ນຫຼາຍຂຶ້ນ ໂດຍສະເພາະດ້ານການຂົນສົ່ງສິນຄ້າ ແລະ ການຈັດເກັບພາສີ.

ສິນຄ້າຫຼັກທີ່ຜ່ານດ່ານປະກອບມີ:

– ນ້ຳມັນເຊື້ອໄຟ

– ເຄື່ອງອຸປະໂພກ-ບໍລິໂພກ

– ເຄື່ອງໄຟຟ້າ

– ວັດສະດຸກໍ່ສ້າງ

ພ້ອມກັນນັ້ນ ໃນ 1 ເດືອນຜ່ານມາ ມີຜູ້ເດີນທາງເຂົ້າປະເທດປະມານ 6,800 ກວ່າເທື່ອຄົນ ແລະ ອອກປະເທດກວ່າ 7,500 ເທື່ອຄົນ ✈️ ສະທ້ອນໃຫ້ເຫັນການເຄື່ອນໄຫວທາງເສດຖະກິດທີ່ຄຶກຄື້ນ.

ຄວາມທ້າທາຍທີ່ຍັງຕ້ອງແກ້ໄຂ ແມ່ນແມ່ນຈະມີສັນຍານບວກ ແຕ່ດ່ານແຫ່ງນີ້ຍັງພົບອຸປະສັກບາງປະການ. ໂດຍສະເພາະເສັ້ນທາງເລກ 8 ທີ່ເຊື່ອມໄປຫາ ຫວຽດນາມ ຍັງບໍ່ສາມາດຮອງຮັບນ້ຳໜັກຂົນສົ່ງມາດຖານສາກົນ (11 ໂຕນ/ເພົາ) ເຮັດໃຫ້ຜູ້ປະກອບການບາງສ່ວນຍັງລັງເລ ແລະ ຕ້ອງມີການຄ່ຽນຖ່າຍສິນຄ້າ ເພີ່ມຕົ້ນທຶນ ແລະ ຄວາມຫຍຸ້ງຍາກ.

ທ່າແຮງໃນອະນາຄົດ ແມ່ນວ່າຈະມີຂໍ້ຈຳກັດບາງດ້ານ ແຕ່ຂົວມິດຕະພາບລາວ-ໄທແຫ່ງທີ 5 ຖືກຄາດໝາຍວ່າຈະເປັນກຳລັງສຳຄັນໃນການຜັກດັນເສດຖະກິດຂອງແຂວງບໍລິຄຳໄຊ ແລະ ພາກກາງຂອງປະເທດ ໃຫ້ຂະຫຍາຍຕົວຢ່າງຍືນຍົງ 47.5 ຕື້ກີບໃນ 1 ເດືອນ ບໍ່ແມ່ນພຽງຕົວເລກ ແຕ່ເປັນສັນຍານຂອງ “ປະຕູເສດຖະກິດໃໝ່” ທີ່ກຳລັງເປີດກວ້າງສູ່ພາກພື້ນ.

ທີ່ມາ: ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles