ລາວຈະສະເໜີພຣະທາດອີງຮັງເປັນມໍລິດົກໂລກ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຮູ້ໃນໂອກາດເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ X (2026-2030) ເມື່ອບໍ່ດົນມານີ້ ກ່ຽວກັບຄາດໝາຍດ້ານວັດທະນະທຳ-ສັງຄົມ ໂດຍຈະສູ້ຊົນສະເໜີມໍລະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນປີ ໃໝ່ລາວ, ເຂົ້າຕົ້ມ-ເຂົ້າຫຼາມ” ເຂົ້າເປັນມໍລະດົກວັດທະນະທໍາຂອງມວນມະນຸດ ແລະ ສູ້ຊົນສະເໜີແຫ່ງມໍລະດົກອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກໂລກ ຈາກອົງການຢູເນັສໂກ.

ພຣະທາດອີງຮັງ ສະຖາປັດຕະຍະກຳທີ່ສວຍງາມ ເປັນປູຊະນິຍະສະຖານທີ່ສຳຄັນແຫ່ງໜຶ່ງທີ່ຕັ້ງຢູ່ແຂວງສະຫວັນນະເຂດ ແລະ ຍັງເປັນແຫຼ່ງທ່ອງທ່ຽວ ທາງປະຫວັດສາດແຫ່ງໜຶ່ງຂອງປະເທດລາວ, ຕັ້ງເດັ່ນສະຫງ່າ ຢູ່ບ້ານທາດ ເມືອງໄກສອນພົມວິຫານ ຫຼື ເມືອງຄັນທະບູລີ ແຂວງສະຫວັນນະເຂດ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກປະມານ 15 ກິໂລແມັດ ຕາມເສັ້ນທາງຫຼວງເລກທີ 9 ສະຫວັນ-ເຊໂນ ແລ້ວແວ່ເຂົ້າທີ່ກ້ຳຂວາ ກິໂລແມັດທີ 12 ເຂົ້າໄປປະມານ 3 ກິໂລແມັດ.

ຕາມຕໍານານທີ່ເລົ່າຂານກັນມາສະໄໝຄັ້ງພຸດທະການພຣະພຸດທະເຈົ້າຍັງມີຊີວິດຢູ່ເພີ່ນໄດ້ມາບໍລິເວນນີ້ເພື່ອໂຜດສັດໂລກ ແລະ ໄດ້ມາສັນເພນຢູ່ກ້ອງຕົ້ນໄມ້ຮັງຈາກນັ້ນມາ ໃນປີ ພສ 400 ຍຸກຣາຊະການຂອງພະຍາສຸມິຕະ ທໍາວົງສາ ຜູ້ປົກຄອງອານາຈັກສີໂຄດຕະບອງ ມາສ້າງພຣະທາດລູກນີ້ຂຶ້ນ ເບື້ອງຕົ້ນການສ້າງພຣະທາດແມ່ນເປັນທາດກູ່ ຕາມສັນນິຖານໄວ້ວ່າພຣະທາດກູ່ແມ່ນພຣະທາດຫຼ່ຽມ ສະໄໝແຕ່ກ່ອນບໍ່ມີແມັດເພິ່ນແທກເປັນສອກເປັນວາ ແລະ ໄດ້ເອົາກະດູກສັນຫຼັງພຣະພຸດທະເຈົ້າມາບັນຈຸໄວ້ທີ່ແຫ່ງນີ້, ເພິ່ນຈຶ່ງໃຫ້ຊື່​ ວ່າ: ພຣະທາດອີງຮັງ, ຈາກນັ້ນມາໃນສະຕະວັດທີ 9 ອານາຈັກສີໂຄດຕະບອງເສື່ອມອໍານາດລົງ ຊົນຊັ້ນຂອມກໍໄດ້ມີບົດບາດແທນ ເພິ່ນກໍໄດ້ມາສ້າງເຕີມພຣະທາດຂຶ້ນໄປຕື່ມອີກໂດຍປະດັບລວດລາຍຕ່າງໆໃສ່ ຕາມຄໍາເຊື່ອຂອງສາສະໜາພາມ ຫຼື ຮິນດູ ສະນັ້ນ, ລວດລາຍຕ່າງໆທີ່ເພິ່ນຄວັດແກະທີ່ມີຄວາມໝາຍມີຮູບຕ່າງໆຄວັດແກະໃສ່ຕາມເທບນິຍາຍຫຼືນິທານຂອງສາສະໜາພາມ.

ມາຮອດສະຕະວັດທີ 14 ພຣະເຈົ້າໂພທິຊະລາດກໍໄດ້ປະຕິສັງຂອນພຣະທາດຄືນໃໝ່ ໂດຍໄດ້ສ້າງຕໍ່ຂຶ້ນໄປອີກແຕ່ຈະບໍ່ແມ່ນຮູບຮ່າງລັກສະນະນີ້, ສະໄໝຕໍ່ມາປີ 1500 ສະໄໝພຣະເຈົ້າໄຊເສດຖາທິລາດ ຈຶ່ງໄດ້ກໍ່ຕື່ມຂຶ້ນໄປອີກ ແລະ ໄດ້ດັດແປງເປັນສິລະປະລາວລ້ານຊ້າງ ແລະ ເສີມຍອດດວງປີໃສ່ດັດແປງເປັນພຣະທາດ ທາງພຣະພຸດທະສາສາໜາມາຮອດທຸກມື້ນີ້ ເຊິ່ງພຣະທາດອີງຮັງນີ້ມີລວງສູງ 25 ແມັດ ຕີນມີຄວາມກວ້າງເບື້ອງລະ 9 ແມັດ ທຸກໆປີຂອງເດືອນທັນວາ ຫຼື ເດືອນຈຽງເພັງກໍຈະໄດ້ມີການສະເຫຼີມສະຫຼອງພຣະທາດທຸກໆປີ.

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles