ວັນແມ່ຍິງສາກົນປີນີ້ ມີມື້ພັກຊົດເຊີຍ

ອີງຕາມໜັງສືແຈ້ງການ​ ສະບັບເລກທີ​ 2118/ຫສນຍ,​ ລົງວັນທີ​ 26​ ທັນວາ​ 2025​ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ​ ໄດ້ລະບຸໄວ້ວ່າ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້: ເພື່ອໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ເປັນບ່ອນອີງໃນການສ້າງແຜນເຄື່ອນໄຫວວຽກງານຂອງບັນດາ ກະຊວງ, ອົງການຕ່າງໆ ຂອງສູນກາງ ແລະ ທ້ອງຖິ່ນ ຈຶ່ງໄດ້ກຳນົດກ່ຽວກັບ ວັນພັກທາງລັດຖະການ ແລະ ວັນພັກຊົດເຊີຍ ປະຈຳປີ 2026:

ວັນທີ 08 ມີນາ 2026 ວັນແມ່ຍິງສາກົນ, ກຳນົດໃຫ້ເປັນວັນພັກ​ ແຕ່ເນື່ອງຈາກວ່າ ວັນທີ 08 ມີນາ 2026 ກົງກັບມື້ວັນພັກປະຈຳອາທິດ (ວັນອາທິດ), ຈຶ່ງກຳນົດເອົາວັນທີ 09 ມີນາ 2026 (ກົງກັບວັນຈັນ) ເປັນວັນພັກຊົດເຊີຍ ວັນແມ່ຍິງສາກົນ.

ສະນັ້ນ,​ ປີນີ້​ ແມ່ຍິງລາວທີ່ເຮັດວຽກນຳລັດ ຈະໄດ້ພັກຍາວ 3 ວັນ​ ວັນເສົາ, ວັນອາທິດ ແລະ​ ວັນ​ຈັນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles