ລາວກຽມເປັນເຈົ້າພາບກອງປະຊຸມ ດ້ານການເກືອບຫ້າມລະເບີດລູກຫວ່ານ ເດືອນກັນຍາ 2026 ນີ້

​ນະຄອນຫຼວງວຽງຈັນ, 27 ກຸມພາ 2026 – ກະຊວງການຕ່າງປະເທດ ໃນນາມປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີປະກາດການເປັນປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions – CCM) ຮອບວຽນທີ 3 ຢ່າງເປັນທາງການ ທີ່ສວນປະຕູໄຊ.

ການຈັດງານໃນຄັ້ງນີ້ ມີເປົ້າໝາຍຫຼັກເພື່ອສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ກ່ຽວກັບບົດບາດອັນພົ້ນເດັ່ນຂອງ ສປປ ລາວ ໃນເວທີສາກົນ ດ້ານການແກ້ໄຂບັນຫາລະເບີດລູກຫວ່ານ. ນອກນັ້ນ ຍັງເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງລັດຖະບານລາວ ໃນການປະຕິບັດພັນທະສາກົນ ແລະ ເປັນເວທີປຶກສາຫາລືຮ່ວມກັບຄູ່ຮ່ວມພັດທະນາ ເພື່ອກະກຽມຄວາມພ້ອມໃນທຸກດ້ານກ່ອນກອງປະຊຸມໃຫຍ່ຈະມາເຖິງ.

ພິທີດັ່ງກ່າວໄດ້ຮັບກຽດກ່າວເປີດໂດຍ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານ ຄຊກລ. ພາຍໃນງານມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ:

– ຄະນະກໍາມະການ ຄຊກລ ຂັ້ນຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ອາວຸໂສ.

ບັນດາເອກອັກຄະລັດຖະທູດ, ທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ (UN).

– ຄູ່ຮ່ວມພັດທະນາ, ອົງການປະຕິບັດງານດ້ານລະເບີດ (UXO sectors).

ຕົວແທນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ນັກຮຽນ-ນັກສຶກສາ.

ສຳລັບ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 3 (3rd Review Conference) ມີກຳນົດຈະຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 13-18 ກັນຍາ 2026 ນີ້.

ການເປັນເຈົ້າພາບໃນຄັ້ງນີ້ ຖືເປັນບາດກ້າວສຳຄັນທີ່ສະແດງໃຫ້ໂລກເຫັນເຖິງຄວາມພະຍາຍາມຂອງ ສປປ ລາວ ໃນການເຮັດໃຫ້ພື້ນທີ່ປອດໄພຈາກລະເບີດ ເພື່ອການພັດທະນາທີ່ຍືນຍົງ.

​ທີ່ມາ: ວຽງຈັນໃໝ່

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles