ມື້ນີ້ (18 ກຸມພາ 2569) ສຳນັກຂ່າວ ຂະແມຣທາມ ລາຍງານວ່າ ກະຊວງກະສິກຳ ປ່າໄມ້ ແລະ ປະມົງ ຂອງກຳປູເຈຍ (MAFF) ໄດ້ປະກາດໃນວັນທີ 17 ກຸມພາ 2026 ວ່າ ພົບ “ລູກປາຂ່າ” ເກີດໃໝ່ຢູ່ແອ່ງນ້ຳເລິກກຳປິ ນັບເປັນລູກລູກປາຂ່າໂຕທຳອິດຂອງປີນີ້ ເຊິ່ງເປັນກ້າວສຳຄັນທີ່ສ້າງຄວາມຫວັງໃຫ້ກັບ “ປາຂ່າ” ສັດທີ່ກຳລັງໃກ້ສູນພັນຢ່າງຍິ່ງ.
ໂດຍລູກປາຂ່າໂຕນີ້ເກີດໃນວັນທີ 14 ກຸມພາທີ່ຜ່ານມາ ແລະ ຖືກພົບເຫັນພ້ອມຖ່າຍຮູບເປັນຄັ້ງທຳອິດຫຼັງຈາກນັ້ນ 3 ມື້ຕໍ່ມາ ໂດຍທີມວິໄຈຮ່ວມຈາກກົມປະມົງ ແລະ ກອງທຶນສັດປ່າໂລກ (WWF) ໃນຂະນະອອກລາດຕະເວນຕາມປົກກະຕິ ການເກີດຂອງລູກປາຂ່າຄັ້ງນີ້ເຮັດໃຫ້ຈຳນວນປະຊາກອນປາຂ່າເພີ່ມຂຶ້ນເປັນ 113 ໂຕ.
ເຈົ້າໜ້າທີ່ກຳປູເຈຍລະບຸວ່າ ບໍ່ມີລາຍງານ “ປາຂ່າ” ຕາຍ ນັບຕັ້ງແຕ່ປີ 2025 ສະແດງໃຫ້ເຫັນວ່າ ການລາດຕະເວນແມ່ນ້ຳຢ່າງເຂັ້ມງວດ ແລະ ມາດຕະການປົກປ້ອງຖິ່ນທີ່ຢູ່ ກຳລັງໃຫ້ຜົນທີ່ດີ ການພົບລູກປາຂ່າໃໝ່ຄັ້ງນີ້ ສອດຄ່ອງກັບທ່າອ່ຽງການເກີດທີ່ເພີ່ມຂຶ້ນໃນຫຼາຍປີຜ່ານມາ ໂດຍໃນປີ 2025 ກຳປູເຈຍບັນທຶກການເກີດ 8 ໂຕ ແລະ ໃນປີ 2024 ບັນທຶກໄດ້ 9 ໂຕ.
ນອກຈາກນີ້ “ປາຂ່າແມ່ນ້ຳຂອງ” (Orcaella brevirostris) ຖືກຈັດໃຫ້ເປັນສັດໃກ້ສູນພັນຂັ້ນວິກິດ ໃນບັນຊີແດງຂອງສະຫະພັນສາກົນເພື່ອການອະນຸລັກທຳມະຊາດ (IUCN) ນັບຕັ້ງແຕ່ປີ 2004.
ທີ່ມາຈາກ: Khmer Times

