ກປສ ສະຫຼຸບຜົນງານ 5 ປີ ພ້ອມສູ້ຊົນໃຫ້ໄດ້ 48 ຕື້ກິບ ໃນປີ 2026

ເມື່ອບໍ່ດົນມານີ້, ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ (ກສປ) ໄດ້ຈັດກອງປະຊຸມສະພາບໍລິຫານ ສະໄໝສາມັນ ຄັ້ງທີ XIV ຂຶ້ນ ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທັງເປັນປະທານສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້. ກອງປະຊຸມມີຄະນະກໍາມະການສະພາບໍລິຫານ, ຜູ້ຕາງໜ້າຈາກສະພາແຫ່ງຊາດ ແລະ ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 56 ທ່ານ.

ກອງປະຊຸມຄັ້ງນີ້ຖືເປັນບາດກ້າວສຳຄັນ ພາຍຫຼັງທີ່ລັດຖະບານໄດ້ມີການປັບປຸງກົງຈັກການຈັດຕັ້ງ ໃນທ້າຍປີ 2025 ໂດຍໄດ້ໂຮມເອົາ “ກອງທຶນປົກປັກຮັກສາສິ່ງແວດລ້ອມ” ແລະ “ກອງທຶນປົກປັກຮັກສາປ່າໄມ້” ເຂົ້າກັນເປັນ “ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້” ພາຍໃຕ້ການຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ. ກອງທຶນນີ້ມີບົດບາດຫຼັກໃນການລະດົມ ແລະ ສະສົມທຶນຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜັບສະໜູນວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ໃນທົ່ວປະເທດ.

ຜົນງານການຈັດຕັ້ງປະຕິບັດໃນໄລຍະ 5 ປີ ຜ່ານມາ (2021-2025):

ທ່ານປະທານກອງປະຊຸມໄດ້ສະຫຼຸບຕົວເລກການສະໜອງທຶນທີ່ສຳຄັນໃນໄລຍະຜ່ານມາ ເພື່ອຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ດັ່ງນີ້:

– 70 ຕື້ກີບ: ສຳລັບກິດຈະກຳຕິດຕາມກວດກາ ແລະ ປົກປັກຮັກສາສິ່ງແວດລ້ອມ.

– 17,7 ຕື້ກີບ: ສຳລັບການຄຸ້ມຄອງ ແລະ ຕິດຕາມກວດກາເຄື່ອງປ່າຂອງດົງ.

– 122,6 ຕື້ກີບ: ສຳລັບວຽກງານຟື້ນຟູປ່າ ແລະ ປູກໄມ້ທົດແທນໃນເນື້ອທີ່ 1 ລ້ານເຮັກຕາ.

ທິດທາງແຜນການໃນຕໍ່ໜ້າ:

ສຳລັບປີ 2026, ກອງທຶນໄດ້ວາງເປົ້າໝາຍສູ້ຊົນປະຕິບັດແຜນງົບປະມານໃນ 6 ເດືອນຕົ້ນປີ ໃຫ້ໄດ້ 48 ຕື້ກີບ ຕາມການອະນຸມັດຂອງກະຊວງການເງິນ. ພ້ອມກັນນັ້ນ, ທ່ານ ພັດນະຄອນ ຄັນທະມີໄຊ, ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ກໍໄດ້ນຳສະເໜີທິດທາງແຜນການໄລຍະຍາວ ແຕ່ປີ 2026-2030 ເພື່ອສືບຕໍ່ພາລະກິດທີ່ໄດ້ເລີ່ມຕົ້ນມາແຕ່ປີ 2005 (ໂດຍການສະໜັບສະໜູນຂອງ ADB ໃນເບື້ອງຕົ້ນ).

ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ຢືນຢັນຈະສືບຕໍ່ສຸມໃສ່ການຄຸ້ມຄອງການເງິນໃຫ້ມີຄວາມໂປ່ງໃສ, ລະດົມທຶນໃຫ້ໄດ້ຕາມແຜນ ແລະ ບໍລິຫານບັນດາໂຄງການສາກົນຢ່າງມີປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແບບຍືນຍົງ.

​ທີ່ມາ: ໜັງສືພິມປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles