ສະຫາຍເລຂາທິການໃຫຍ່ ກ່າວເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຄັ້ງທີ 12

ໃນຕອນເຊົ້າຂອງວັນທີ 25 ກຸມພາ 2026, ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງມີບັນດາສະຫາຍ ກົມການເມືອງ, ຄະນະເລຂາທິການສູນກາງພັກ, ຄະນະພັກ, ພະນັກງານຫຼັກແຫຼ່ງ ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຮັບຟັງແບບເຊິ່ງຫນ້າ ແລະ ກອງປະຊຸມທາງໄກ.

ໃນພິທີອັນສະຫງ່າລາສີນີ້, ສະຫາຍເລຂາທິການໃຫຍ່ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ເຊິ່ງຖືເປັນການເປີດສາກໃຫ້ແກ່ການເລີ່ມຕົ້ນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເພື່ອແນ່ໃສ່:

1: ສ້າງຄວາມຮັບຮູ້, ເຂົ້າໃຈ ທີ່ເລິກເຊິ່ງ ຕໍ່ເນື້ອໃນຈິດ ໃຈສໍາຄັນ ຂອງແນວທາງການເມືອງ ແລະ ແນວທາງ ການຈັດຕັ້ງ ທີ່ໄດ້ກຳນົດອອກ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ຢ່າງເປັນລະບົບ;

2: ເຊື່ອມຊຶມ, ກຳແໜ້ນເນື້ອໃນ ທີ່ຈະໄດ້ນໍາພາຊີ້ນໍາ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຕົວຈິງ;

3: ສ້າງໃຫ້ໄດ້ແຜນດໍາເນີນງານ, ແຜນປະຕິບັດງານລະອຽດ ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ທີ່ກຳນົດ ລະອຽດ ໜ້າວຽກ, ແຜນຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກໍານົດເວລາ ຊັດເຈນ, ແທດຕົວຈິງ ແລະ ສາມາດຈັດຕັ້ງ ປະຕິບັດ ໃຫ້ມີຜົນສໍາເລັດເປັນຮູບປະທຳ;

4: ມີກົນໄກ, ລະບອບແບບແຜນການຊີ້ນໍາ, ບັນຊາ, ຕິດຕາມ, ກວດກາ, ການຊຸກຍູ້ ຈັດຕັ້ງປະຕິບັດ ທີ່ຖືກຕ້ອງ, ແທດເຖິງ ແລະ ມີວິທະຍາສາດ;

5: ມີຄວາມເປັນເອກະພາບສູງຢູ່ພາຍໃນ, ມີຄວາມຕັດສິນ ໃຈອັນເດັດດ່ຽວ, ກ້າຫານ, ປະດິດສ້າງ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ ລວງເລິກ ແລະ ເປັນຮູບປະທຳ.

ກອງປະຊຸມ ຍັງຈະໄດ້ຮັບຟັງການສະເໜີໂດຍ ສັງລວມ ກ່ຽວກັບເນື້ອໃນສໍາຄັນ ຂອງໂຄງການການເມືອງ, ລາຍງານການເມືອງ ທີ່ໄດ້ລາຍງານ ແລະ ຮັບຮອງເອົາ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ການຜັນຂະຫຍາຍ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍກຳນົດເປັນໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດ ໃນແຕ່ລະປີ.

ສະຫາຍເລຂາທິການໃຫຍ່ ຍັງໄດ້ເນັ້ນຕື່ມວ່າ: ການເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ໃນ ຄັ້ງນີ້ ແມ່ນການສືບຕໍ່ບຸກທະລຸ ທາງດ້ານຈິນຕະນາການ, ຍົກສູງ ຫຼັກໝັ້ນການເມືອງ ໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ; ຕ້ານ ແລະ ແກ້ໄຂທັດສະນະ ຜິດເຂວຕ່າງໆ, ລັດທິຄຳພີກົນຈັກ; ຮັກສາຄວາມສາມັກຄີ ເປັນ ເອກະພາບພາຍໃນພັກ ແລະ ພາຍໃນສັງຄົມ ໃຫ້ໜັກແໜ້ນຍິ່ງຂຶ້ນ. ພ້ອມກັນຍູ້ແຮງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວ ຈິງ, ເຮັດໃຫ້ກາຍເປັນຂະບວນການອັນກວ້າງຂວາງ ຂອງມະຫາ ຊົນ, ຂອງທົ່ວສັງຄົມ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາໃຫ້ປະເທດຊາດ ແລະປະຊາຊົນ ກໍຄືເຮັດໃຫ້ການນໍາພາປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ໄປຖືກຕ້ອງຕາມທິດ ທີ່ໄດ້ ກໍານົດໄວ້ ຢ່າງໜັກແໜ້ນ.

​ທີ່ມາ: ກົມ​ສື່ມວນຊົ​ນ ປກສ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles