ງານຄົ້ນຄວ້າເລື່ອງ “ຄວາມສຳພັນລະຫວ່າງນ້ຳນົມແມ່ກັບນາກາຊີວິດ” ໃຫ້ຮູ້ວ່າ: ນ້ຳນົມແມ່ບໍ່ພຽງແຕ່ເປັນແຫຼ່ງສານອາຫານແຕ່ຍັງເຮັດໜ້າທີ່ຊ່ວຍປັບເວລານອນ ແລະ ຕື່ນຂລູກນ້ອຍ “ນ້ຳນົມແມ່ ກາງວັນ-ກາງຄືນ” ນັ້ນມີອົງປະກອບ ທາງຊີວະເຄມີບໍ່ຄືກັນ.
ນ້ຳນົມແມ່ບໍ່ໄດ້ເປັນຄືກັນທຸກໄລຍະ
ເມື່ອລູກນ້ອຍເກີດອອກມາ ສຸຂະພາບຮ່າງກາຍ ຂອງພວກເຂົາຍັງເຮັດວຽກບໍ່ສົມບູນ ເຮັດໃຫ້ ບໍ່ຮູ້ຈັກຕື່ນນອນ ແລະ ນອນບໍ່ເປັນເວລາ ຕ້ອງອາໃສ (ແສງ, ອຸນຫະພູມ, ການກິນ) ເພື່ອຕັ້ງເວລາຊີວິດ ໂດຍອາໃສ ແມ່ຜ່ານທາງ ນ້ຳນົມແມ່ ກາງເວັນ-ກາງຄືນ ນັ້ນເອງ.
ງານຄົ້ນຄວ້າຍືນຍັນວ່າ: ນົມແມ່ທີ່ຜະລິດໃນຊ່ວງເວລາຕ່າງກັນຂອງວັນ ຈະມີລະດັບຮອກໂລໂມນ ແລະ ສານປະສາດ ທີ່ແຕກຕ່າງກັນຢ່າງຫຼວງຫຼາຍ ເພື່ອເຮັດໜ້າທີ່ສື່ສານກັບຮ່າງກາຍລູກວ່າ “ຕອນນີ້ຕ້ອງຕື່ນ” ຫຼື “ຕອນນີ້ຕ້ອງນອນໄດ້ແລ້ວ”.
ຄວາມຕ່າງຂອງ “ນ້ຳນົມແມ່ ກາງເວັນ-ກາງຄືນ”
ຄວາມແຕກຕ່າງຂອງນ້ຳນົມແມ່ ໃນແຕ່ລະໄລຍະເວລາ ເປັນກົນໄກທີ່ຊັບຊ້ອນ ນັກວິທະຍາສາດ ໄດ້ວິເຄາະສ່ວນປະກອບໃນນ້ຳນົມດັ່ງນີ້:
ນົມແມ່ໃນຕອນກາງເວັນ (Day Milk): ພະລັງງານ ແລະ ຄວາມຕື່ນຕົວ
ຈາກແສງຕາເວັນ ຮ່າງກາຍຂອງແມ່ຈະຜະລິດນ້ຳນົມທີ່ມີລັກສະນະ ເຕັມອີ່ມ ເພື່ອຄວາມພ້ອມໃຫ້ລູກນ້ອຍຮຽນຮູ້ໂລກ ຄໍຕິໂຊນ (Cortisol) ສູງສຸດແມ່ນຕອນເຊົ້າ: ລະດັບຄໍຕິໂຊນທີ່ພຸ່ງສູງຂຶ້ນໃນຕອນເຊົ້າ (ປະມານ 06:00 – 09:00)
ຄໍຕິໂຊນມີໜ້າທີ່ຊ່ວຍກະຕຸ້ນຄວາມຕື່ນຕົວ ກະກຽມລະບົບເຜົາຜານ ພະລັງງານ ແລະ ຊ່ວຍໃຫ້ລູກ ມີຄວາມພ້ອມສຳລັບການຮຽນຮູ້.
ນົມແມ່ຕອນກາງຄືນ (Night Milk): ການພັກຜ່ອນ ແລະ ການສ້ອມແຊມ
ເມື່ອຕາເວັນຕົກດິນ ຮ່າງກາຍແມ່ຈະເປີດການຜະລິດນ້ຳນົມ ເພື່ອເປັນຕົວຊ່ວຍລູກນ້ອຍ.
ເມລາໂທນີນ (Melatonin) ສູງສຸດແມ່ນຕອນຫົວຄໍ່າ: ງານວິໄຈພົບວ່າລະດັບເມລາໂທນີນໃນນ້ຳນົມແມ່ຈະເລີ່ມສູງຂຶ້ນໃນຕອນຄ່ຳ ເມລາໂທນີນມີໜ້າທີ່: ຊ່ວຍໃຫ້ລູກຮູ້ສຶກຢາກນອນ ຜ່ອນຄາຍ ແລະ ນອນຫຼັບໄດ້ງ່າຍຂຶ້ນ ນອກຈາກນີ້ ເມລາໂທນີນຍັງເຮັດໜ້າທີ່ຊ່ວຍທາງເດີນອາຫານ ຊຶ່ງອາດຊ່ວຍອາການປວດທ້ອງ.
ທຣິປໂຕເຟນ (Tryptophan): ນອກຈາກເມລາໂທນີນແລ້ວ ນົມແມ່ຕອນກາງຄືນຍັງອຸດົມໄປດ້ວຍໂປຣຕິນ ໃນທຣິປໂຕເຟນ ຊຶ່ງເປັນສານຕັ້ງຕົ້ນໃນການສ້າງເມລາໂທນີນ ແລະ ເຊໂຣໂທນີນ ຊ່ວຍໃຫ້ລູກຫຼັບສະໜິດ ແລະ ມີອາລົມສົນຄົງທີ່.
ທີ່ມາ: Theasianparen

