ລັດຖະບານ ສປປ.ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳລາວ

ວັນທີ 23 ກຸມພາຜ່ານມາ ທີ່​ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຽດສ໌ (Grata EndahWerdaningtyas) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຊຶ່ງໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆ ໃນຫຼາຍຂົງເຂດການຮ່ວມມື ຕະຫຼອດໄລຍະ 69 ປີຜ່ານມາ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 23 ສິງຫາ 1957 ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດການປະຕິບັດໜ້າທີ່ຢ່າງຕັ້ງໜ້າຂອງທ່ານທູດຕະຫຼອດໄລຍະ 2 ປີກວ່າຜ່ານມາ ແລະ ໄດ້ສໍາເລັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຢ່າງຈົບງາມ ແລະ ມີຜົນສໍາເລັດສູງໃນຫຼາຍດ້ານ. ພິເສດ, ທ່ານທູດ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ເປັນຕົ້ນດ້ານການເມືອງ, ການສຶກສາ, ເສດຖະກິດ, ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນຂັ້ນຕ່າງໆ, ການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ, ການສະໜັບສະໜູນຊຶ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງ ລະຫວ່າງ ສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືໃນຂອບອາຊຽນ, ໂດຍສະເພາະແມ່ນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ.

ນອກຈາກນີ້, ທ່ານທູດຍັງໄດ້ອໍານວຍຄວາມສະດວກໃຫ້ຄະນະຜູ້ແທນນັກທຸລະກິດຂອງອິນໂດເນເຊຍເດີນທາງມາຢ້ຽມຢາມ ສປປ ລາວ ໃນທ້າຍເດືອນພະຈິກ 2025 ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ລະຫວ່າງ ສອງປະເທດ. ພ້ອມນີ້, ທ່ານລັດຖະມົນຕີກໍໄດ້ສະແດງຄວາມຫວັງວ່າ ທ່ານທູດ ຈະສືບຕໍ່ຊຸກຍູ້ ສົ່ງເສີມການພົົວພັນຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະ ດ້ານການລົງທຶນ, ການຄ້າ, ພະລັງງານ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ທີ່ມາ: ກະຊວງການຕ່າງປະເທດ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles