ຜູ້ຊ່ຽວຊານເຕືອນ ຄວາມອັນຕະລາຍ ການໃມສ່ຫູຟັງບລູທູດດົນອາດເຮັດໃຫ້ຫູຕິດເຊື້ອລາ

ປະຈຸບັນ ຄົນຈຳນວນຫຼາຍພາກັນນິຍົມໃຊ້ຫູຟັງບລູທູດ ແລະ ບາງຄັ້ງໃສ່ດົນຫຼາຍຊົ່ວໂມງຕິດຕໍ່ກັນ ແພດຜູ້ຊ່ຽວຊານເຕືອນວ່າ ການໃສ່ຫູຟັງເປັນເວລາດົນອາດເຮັດໃຫ້ເກີດການຕິດເຊື້ອລາທີ່ຫູໄດ້.

ຄຳເຕືອນຈາກແພດຜູ້ຊ່ຽວຊານ

ທ່ານໝໍ ຈາງ ເຈຍຈວິນ ແພດຜູ້ຊ່ຽວຊານດ້ານຫູ-ຄໍ-ດັງ ເຕືອນວ່າ: ການໃສ່ຫູຟັງຊະນິດສອດເຂົ້າໃນຊ່ອງຫູເປັນເວລາດົນ ອາດເຮັດໃຫ້ຊ່ອງຫູກາຍເປັນສະພາບແວດລ້ອມທີ່ຮ້ອນ ແລະ ຊຸ່ມຄືກັບ “ເຮືອນແກ້ວ” ສົ່ງຜົນໃຫ້ເຊື້ອແບັກທີເລັຍ ແລະ ເຊື້ອລາຂະຫຍາຍຕົວຢ່າງໄວວາ ແລະ ສ່ຽງຕໍ່ການເກີດການຕິດເຊື້ອລາທີ່ຊ່ອງຫູຊັ້ນນອກ.

ອາການທີ່ມັກພົບເລື້ອຍໆ

ທ່ານໝໍ ລະບຸຜ່ານເຟສບຸກວ່າ ມັກພົບຄົນປ່ວຍສ່ວນຫຼາຍແມ່ນ ນັກຮຽນ ແລະ ໄວເຮັດວຽກມາປຶກສາ ຍ້ອນມີອາການຄັນຫູ ຫຼື ຮູ້ສຶກອື້ດໃນຫູ ໂດຍເຂົ້າໃຈວ່າອາດເກີດຈາກຂີ້ຫູອຸດຕັນ ແຕ່ເມື່ອສອບຖາມເພີ່ມເຕີມ ພົບວ່າຫຼາຍຄົນມີພຶດຕິກຳສວມໃສ່ຫູຟັງບລູທູດເປັນເວລາດົນຕໍ່ເນື່ອງ ຖ້າໃຊ້ງານເປັນປະຈຳໂດຍບໍ່ພັກ ອາດເຮັດໃຫ້ເກີດພາວະຕິດເຊື້ອລາໃນຫູໂດຍບໍ່ຮູ້ຕົວ.

ຫຼັກຖານທາງວິທະຍາສາດ

ທ່ານໝໍ ອະທິບາຍເພີ່ມເຕີມວ່າ: ຫູຟັງຊະນິດສອດໃນຫູມີລັກສະນະຄືກັບ “ຈຸກອຸດ” ທີ່ປິດຊ່ອງຫູໄວ້ທັງໝົດ ພຽງແຕ່ໃສ່ຫູຟັງ 1 ຊົ່ວໂມງ ປະລິມານແບັກທີເລັຍພາຍໃນຊ່ອງຫູຈະເພີ່ມຂຶ້ນຢ່າງວ່ອງໄວ ເນື່ອງຈາກສະພາບອາກາດຮ້ອນ ອັບຊຸ່ມ ແລະ ຂາດການລະບາຍອາກາດ, ບາງການສຶກສາກໍ່ລະບຸວ່າ ອັດຕາການເພີ່ມຂອງແບັກທີເລັຍອາດສູງຂຶ້ນຫຼາຍເທົ່າຕົວ ເຮັດໃຫ້ຊ່ອງຫູກາຍເປັນແຫຼ່ງເພາະພັນຂອງເຊື້ອແບັກທີເລັຍ ແລະ ເຊື້ອລາ.

ສະຫຼຸບ: ການໃຊ້ຫູຟັງບລູທູດເປັນເວລາດົນສາມາດເຮັດໃຫ້ຊ່ອງຫູກາຍເປັນສະພາບແວດລ້ອມທີ່ເໝາະສົມກັບການຂະຫຍາຍຕົວຂອງເຊື້ອແບັກທີເລັຍ ແລະ ເຊື້ອລາ ຄວນພັກຜ່ອນເປັນໄລຍະ, ຮັກສາຄວາມສະອາດ ແລະ ເອົາໃຈໃສ່ສັນຍານເຕືອນຈະຊ່ວຍປ້ອງກັນການຕິດເຊື້ອໄດ້.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles